ຈັບຕາຈຸດປ່ຽນໂລກ! ຄູ່ແຂ່ງສະຫະລັດເລີ່ມເມີນເສີຍໂດລາ ແລກປ່ຽນເງີນຫຢວນ-ຣູເບີນ.

ຈັບຕາຈຸດປ່ຽນໂລກ! ຄູ່ແຂ່ງສະຫະລັດເລີ່ມເມີນເສີຍໂດລາ ແລກປ່ຽນເງີນຫຢວນ-ຣູເບີນ.

ໂລກຫຼາຍຂົ້ວທີ່ກໍາລັງປາກົດຂື້ນ ເວລານີ້ໄດ້ລວມເຖິງໃນຕະຫຼາດແລກປ່ຽນເງີນຕາຕ່າງປະເທດ ໃນຂະນະທີ່ຈີນ ແລະ ຣັດເຊຍ ສອງຊາດຜູ້ທ້າທາຍຄົນສໍາຄັນ ຄວາມຍິ່ງໃຫຍ່ຂອງສະຫະລັດ ຍົກລະດັບການຄ້າຂາຍໂດຍກົງລະຫວ່າງສະກຸນເງີນຂອງພວກເຂົາຫຼາຍຍີ່ງຂື້ນ.

ມູນຄ່າປະຈໍາເດືອນຂອງການແລກປ່ຽນກັນລະຫວ່າງຣູເບີນກັບຫຢວນ ເພີ່ມຂື້ນ 1.067% ເກືອບ 4.000ລ້ານໂດລາສະຫະລັດ ນັບຕັ້ງແຕ່ສົງຄາມໃນຢູເຄຼນເລີ່ມຕົ້ນຂື້ນ ໃນຂະນະທີ່ທັງສອງປະເທດຫຼຸດໃຊ້ໂດລາ

ແລະ ເພີມການຄ້າສອງຝ່າຍ ເພື່ອເອົາຊະນະມາດຕະການຂວ້ຳບາດຂອງສະຫະລັດໃນປະຈຸບັນ ແລະ ໃນອານາຄົດ ການແລກປ່ຍນຣູເບີນ-ຫຢວນສູງຂື້ນ ເໝາະກັບຄວາມເຄື່ອນໄຫວຂອງຣູເບີນທີ່ແຂງຄ່າສຸດໃນຮອບ 5ປີ ເມື່ອທຽບກັບເງີນຫຢວນ.

ຂໍ້ມູນດັ່ງກ່າວເປັນສັນຍານບົ່ງບອກວ່າຣັດເຊຍ ກໍາລັງຫັນໜ້າສູ່ສີນຄ້າຂອງຈີນເພີ່ມຂື້ນເພື່ອທົດແທນການນໍາເຂົ້າຈາກຕາເວັນຕົກທີ່ຢຸດສະຫງັດແລະແບຣນດັງຂ້າມຊາດທີ່ສູນເສຍໄປ ໃນສ່ວນຂອງຈີນເປັນຕົວເສີມ

ລ່າສຸດສໍາລັບບົດບາດຄວາມເປັນສາກົນຂອງສະກຸນເງີນຫຢວນ ໃນການແລກປ່ຍນທາງການຄ້າລະຫວ່າງປະເທດ ໃນບັນດາກາງຄວາມຕືງຄຽດກັບສະຫະລັດທີ່ໜັກໜ່ວງຂື້ນເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page