ສຸດຍອດສານພະພູມ! ຄູ້ມຄອງໝົດບ້ານເລີຍແບບນີ້

ສຸດຍອດສານພະພູມ! ຄູ້ມຄອງໝົດບ້ານເລີຍແບບນີ້

ສານພະພູມບໍ່ແມ່ນສິ່ງແປກ ເພາະມີເກືອບທຸກບ້ານຢູ່ແລ້ວ ແຕ່ພໍເຫັນສານນີ້ບອກເລີຍວ່າແປກສະດຸດຕາ ຈົນບໍ່ຢາກເກັບໄວ້ເບີ່ງຄົນດຽວ. ເຊີ່ງມີຄົນໂພສໃນຕິກຕ່ອກ ( ປະເທດໄທ ) ໃນຄຣິບເຜີຍໃຫ້ເຫັນສານພະພູມທີ່ສູງ ເກືອບເທົ່າເສົາໄຟຟ້າ ແຖມຍັງຕິດສາຍລໍ່ຟ້າອີກດ້ວຍ ໂດຍມີໂຕະວາງເຄື່ອງໄຫວ້ຢູ່ດ້ານລຸ່ມ

ຫຼັງຈາດຄຣິບນີ້ໄດ້ເຜີຍແພ່ໄປ ຊາວເນັດກໍເຂົ້າມາເມັ້ນຢອກ ບາງຄົນບອກວ່າມີເສົາໄຟ ບໍ່ມີຂັ້ນໄດ ແບບນີ້ເຈົ້າທີ່ຈະຂື້ນ-ລົງແນວໃດ ອີກຄົນບອກວ່າຈະຄຸ້ມຄອງໄດ້ທັ້ງໝູ່ບ້ານ.
ຕໍ່ມາ ໄດ້ເຜີຍຂໍ້ມູນເພີ່ມເຕີມວ່າ ເຈົ້າຂອງບ້ານຫຼັງນີ້ຄື ທ່ານ ອາລົມ ກໍ່າຢູ່ສຸກ ໄດ້ຕັ້ງສານພະພູມຫຼັງນີ້ຂື້ນ ເຊິ່ງຕອນຕັ້ງ ລາວໄດ້ຈ້າງລົດເຄຣນມາຍົກເສົາໃຫ້

ສໍາລັບສານພະພູມນີ້ ມີຄວາມສູງປະມານ 11ແມັດ ຄ່າໃຊ້ຈ່າຍຢູ່ປະມານ 20.000ກວ່າບາດ ( ປະມານ 9.600.000 ກີບ)
ເຫດຜົນທີ່ຕັ້ງສານພະພູມສູງ ເຈົ້າຂອງເລົ່າວ່າ ມີຄົນເກົ່າແກ່ແຕ່ງຕົວນຸ່ງຂາວຫົ່ມຂາວ ມາບອກໃຫ້ຕັ້ງສານພະພູມສູງໆ ພໍຕື່ນຂື້ນມາກໍເລົ່າຕວາມຝັນໃຫ້ພັນລະຍາກັບລູກໆຟັງ

ເຊິ່ງທຸກຄົນກໍເຫັນດີໃນການຕັ້ງສານພະພູມຄັ້ງນີ້ ແລະ ຄິດວ່າຄວາມຝັນທ່ານຍາກຢູ່ບ່ອນສູງໆ ຈື່ງຊື້ເສົາຂອງຕົວສານເປັນເສົາໄຟຟ້າ ສານເລີຍອອກມາຢ່າງທີ່ເຫັນ.

CR.ກະດານຂ່າວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page