ຈີນວ່າຈັງໃດ!ຜູ້ນຳໄຕ້ຫວັນເຜີຍສະຫະລັດກຽມຍົກລະດັບຄວາມຮ່ວມມືກັບກອງທັບໄຕ້ຫວັນ

ຈີນວ່າຈັງໃດ!ຜູ້ນຳໄຕ້ຫວັນເຜີຍສະຫະລັດກຽມຍົກລະດັບຄວາມຮ່ວມມືກັບກອງທັບໄຕ້ຫວັນ

ປະທານາທິບໍດີ ໄຊ່ ອີງເຫວີນ ຂອງໄຕ້ຫວັນເຜີຍສະຫະລັດ ມີແຜນຍົກລະດັບຄວາມຮ່ວມມືລະຫວ່າງ ກອງກໍາລັງຮັກສາດິນແດນ ( US National Guard) ກັບກອງທັບໄຕ້ຫວັນ ໃນບັນດາກາງສຽງຮຽກຮ້ອງຈາກໄທເປວ່າຖຶກ “ ຈີນ ” ສະແດງທ່າທີຄຸກຄາມຫຼາຍຍີ່ງຂື້ນເລື້ອຍໆ.

ສະຫະລັດອາເມຣິກາຖືເປັນພັນທະມິດ ແລະ ຊັບພາຍເອີອາວຸດລາຍໃຫຍ່ທີ່ສຸດຂອງໄຕ້ຫວັນ ເຖິງແມ່ນວ່າຈະບໍ່ມີຄວາມສໍາພັນທາງການທູດຢ່າງເປັນທາງການກໍຕາມ ໃນຂະນະທີ່ຈີນຢືນຢັນວ່າໄຕ້ຫວັນຄື “ ມົນທົນ ” ໜື່ງຂອງຕົນ ແລະ ໄດ້ຍົກລະດັບກິດຈະກໍາທາງການທະຫານເພື່ອຊໍ້າເຕີມອະທິປະໄຕເໜືອດີນແດນແຫ່ງນີ້.

ເຊີ່ງກອງທັບຈີນ ຖະແຫຼງວ່າຫາກໍເປີດການຊ້ອມຮົບໃກ້ໆ ເກາະໄຕ້ຫວັນເພື່ອເປັນ “ ສັນຍານເຕືອນ ” ໃຫ້ໄທຢຸດ “ສົມຮູເຮ່ວມຄິດ ” ກັບ ອາເມຣິກາ.

ເຊີ່ງເຈົ້າໜ້າທີ່ທໍານຽບຂາວໄດ້ອອກມາຊີ້ແຈ້ງພາຍຫຼັງວ່າ ນະໂຍບາຍສະຫະລັດມີຕໍ່ໄຕ້ຫວັນນັ້ນ “ຍັງບໍ່ມີການປ່ຽນແປງ”

Leave a Reply

Your email address will not be published. Required fields are marked *

You cannot copy content of this page