ປ່ຽນໃຈ! ໄບເດັນຕົກລົງສົ່ງລູກສອນໄຟໃຫ້ຢູເຄຼນໂຈມຕີແມ່ນເປົ້າໝາຍໄລຍະໄກ

-ປ່ຽນໃຈ! ໄບເດັນຕົກລົງສົ່ງລູກສອນໄຟໃຫ້ຢູເຄຼນໂຈມຕີແມ່ນເປົ້າໝາຍໄລຍະໄກ

ປະທານາທິບໍດີໂຈ ໄບເດນ ຂອງສະຫະລັດ ຕົກລົງມອບລະບົບຈະຫຼວດລໍ້າສະໄໝໃຫ້ແກ່ຢູເຄຼນ ເຊີ່ງມີສັກກາຍະພາບໂຈມຕີເປົັ້າມາຍຣັດເຊຍທີ່ຢູ່ໃນໄລຍະໄກໄດ້ຢ່າງຊັດເຈນ ສ່ວນນໜື່ງໃນຊຸດອາວຸດ 700ລ້ານໂດລາ ທີ່ຄາດໝາຍວ່າຈະມີການເປີດຕົວ

ເຈົ້າໜ້າທີ່ລະດັບສູງຂອງລັດຖະບານອາເມຣິກາ ເປີດເຜີຍວ່າສະຫະລັດ ກໍາລັງມອບລະບົບຈະຫຼວດປືນໃຫຍ່ເຄື່ອນທີ່ສູງ ເຊີ່ງສາມາດໂຈມຕີຢ່າງຊັດເຈນ ຖະຫຼົ່ມເປົ້າໝາຍຕ່າງໆ ທີ່ຢູ່ຫ່າງອອກໄປໄກສຸດ 80ກິໂລແມັດ ຫຼັງຈາກຢູເຄຼນຮັບປະກັນວ່າພວກເຂົາຈະບໍ່ໃຊ້ຈະຫຼວດເຫຼົ່ານີ້ໂຈມຕີພາຍໃນຣັດເຊຍ
ໃນບົດຄວາມໜື່ງຂອງໜັງສືພິມ

ໄບເດນລະບຸວ່າ ການຮຸກຮານຢູເຄຼນຂອງຣັດເຊຍຈະຈົບລົງຜ່ານການເຈລະຈາ ແຕ່ສະຫະລັດ ຈໍາຕ້ອງມອບອາວຸດ ແລະ ລູກປືນແກ່ຢູເຄຼນ ເພື່ອອໍານາດການຕໍ່ລອງສູງສຸດໃນໂຕະເຈລະຈາ.

“ນັ່ນເປັນເຫດຜົນວ່າເປັນຫຍັງຈື່ງຕັດສິນໃຈມອບລູກປືນ ແລະ ລະບົບຈະຫຼວດລໍ້າສະໄໝຍິ່ງຂື້ນແກ່ຢູເຄຼນເຊີ່ງຈະສາມາດຊ່ວຍໃຫ້ພວກເຂົາໂຈມຕີເປົ້າໝາຍຫຼັກຕ່າງໆ ໃນສະໜາມຮົບໃນຢູເຄຼນໄດ້ຢ່າງຊັດເຈນຍິ່ງຂື້ນ”

Leave a Reply

Your email address will not be published. Required fields are marked *

You cannot copy content of this page