ເຮັດແນວໃດດີ? ເພື່ອນບ້ານເຮັດຮາງລິນປ່ອຍນ້ຳມາໃສ່ດິນເຮືອນເຮົາ

ສາວໂພສ! ເພື່ອນບ້ານເຮັດຮາງລິນປ່ອຍນ້ຳມາໃສ່ດິນເຮືອນເຮົາ

ເກີດຂຶ້ນອີກກໍລະນີທີ່ມີບັນຫາຈາກເພື່ອນບ້ານ ສຳລັບເຫດການນີ້ແມ່ນເກີດຂຶ້ນທີ່ປະເທດໄທ ແຕ່ແອັດເອົາມາໃຫ້ອ່ານເພາະເຊື່ອວ່າອາດມີຫຼາຍຄົນກໍ່ພົບບັນຫານີ້ຄືກັນ ສຳລັບເຄສນີ້ເປັນເລື່ອງຂອງຜູ້ໃຊ້ເຟສບຸກຊື່ Torpak Prasatsin ທີ່ນາງເອງມີດິນເປົ່າຫວ່າງມາຫຼາຍປີ

ກຽມຈະເຂົ້າມາປັບທີ່ດິນເພື່ອຈະສ້າງເຮືອນແລ້ວພົບບັນຫາວ່າຄົນຂ້າງເຮືອນໄດ້ຕໍ່ຮາງລິນເພື່ອປ່ອຍນ້ຳຝົນລົງດິນຂອງນາງ ຈົນເຮັດໃຫ້ດິນມີນ້ຳຂັງແລະເປິະເປື້ອນ ຈົນນາງໄດ້ອອກມາໂພສຖາມຊາວເນັດວ່າຄວນຈະເຮັດແນວໃດໄດ້ແດ່

ແບບນີ້ເຮົາຄວນຈະບອກເຂົາດ້ວຍຕົນເອງຫຼືແຈ້ງບ້ານດີບໍ ຍັງບໍ່ເຄີຍໄດ້ລົມກັນຈັກເທື່ອ ເພາະບໍ່ໄດ້ຢູ່ແຕ່ກຳລັງຈະສ້າງເຮືອນ ຢ້ານບອກກະເຈົ້າໄປກໍ່ຈະກະທົບຫຼືຜິດຖຽງກັນເລີຍຄິດວ່າຈະແຈ້ງບ້ານດີກ່ອນແບບໃດຈະສົ່ງຜົນດີທີ່ບໍ່ຕ້ອງພົບບັນຫາກັບຄົນຂ້າງບ້ານແດ່?

ທໍ່ນ້ຳຖືກສ້າງແບບຕັ້ງໃຈທີ່ຈະປ່ອຍນ້ຳມາໃສ່ດິນຂອງນາງເລີຍຖືກເພື່ອນບ້ານປ່ອຍນ້ຳຝົນໃສ່ທັງສອງດ້ານເລີຍຈົນເຮັດໃຫ້ດິນມີນ້ຳຂັງຢູ່ຕະຫຼອດ

Leave a Reply

Your email address will not be published. Required fields are marked *

You cannot copy content of this page