ຣັດເຊຍ-ຈີນ ຮ່ວມມືກັນດ້ານການຄ້າເປັນສະກຸນເງິນຢວນ-ຣູບ

ຣັດເຊຍ-ຈີນ ຮ່ວມມືກັນດ້ານການຄ້າເປັນສະກຸນເງິນຢວນ-ຣູບ

ຂປລ.ເວັບໄຊຂ່າວRT ( Russia Today) ວັນທີ1 ມິຖຸນານີ້,ຣັດເຊຍ ແລະ ຈີນ ຮ່ວມມືກັນ ດ້ານການຄ້າ ລະຫວ່າງກັນ ເຫັນໄດ້ຈາກ ປະລິມານ ການແລກປ່ຽນ ສະກຸນ ເງິນຣູບ ແລະ ຢວນ ລາຍເດືອນ ເພີ່ມຂຶ້ນເຖິງ 1.067% ຄິດເປັນ ມູນຄ່າ ປະມານ 4ຕື້ໂດລາ ສະຫະລັດ ໃນໄລຍະ 3ເດືອນ ຜ່ານມາ.

ຂະນະທີ່ ຕະຫລາດຊື້-ຂາຍທັນທີ (instant market) ມີການ ແລກປ່ຽນ ເງິນຢວນ ເປັນເງິນຣູບ ປະມານ 25.910 ລ້ານຢວນ ຫລື ປະມານ 3.900 ລ້ານໂດລາ ສະຫະລັດ ໃນເດືອນ ພຶດສະພາ ເພີ່ມຂຶ້ນເປັນ 12ເທົ່າ.

ຂະນະດຽວກັນ ປະລິມານ ການແລກປ່ຽນ ເງິນສະກຸນ ໂດລາສະຫະລັດ ກັບຣູບ ຫລຸດລົງ ຕ່ຳສຸດ ຫລັງຈາກ ເງິນຣູບ ແຂງຄ່າຂຶ້ນ 118% ລະຫວ່າງ ເດືອນມີນາ ຫາເດືອນ ພຶດສະພາ./. (ພາກຂ່າວ:ຕ່າງປະເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

Leave a Reply

Your email address will not be published. Required fields are marked *

You cannot copy content of this page