ລາວ-ໄທພ້ອມແລ້ວຈະເດີນໜ້າຟື້ນຟູຊີວິດການເປັນຢູ່ປະຊາຊົນໃຫ້ຄືນສູ່ສະພາບປົກກະຕິ
6 ເນື້ອໃນສຳຄັນໃນການຫາລືລະຫວ່າງນາຍົກ ລາວ-ໄທ
ອີງຕາມການລາຍງານຂ່າວ WorkpointTODAY ລາຍງານໃຫ້ຮູ້ວ່າ: ໃນວັນທີ 2 ມິຖຸນາ 2022 ນີ້, ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານ ພັນຄໍາ ວິພາວັນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໃນໂອກາດເດີນທາງມາຢ້ຽມຢາມຢ່າງເປັນທາງການ.
ໃນລະຫວ່າງການຢ້ຽມຢາມຄັ້ງນີ້ ນາຍົກລາວ-ໄທ ໄດ້ຫາລື 6 ເນື້ອໃນສໍາຄັນຄື: 1 ໄທ ແລະ ສປປ ລາວ ພ້ອມແລ້ວທີ່ຈະເດີນຫນ້າຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ແລະ ວຽກງານ ເສດຖະກິດໃນເຂດຊາຍແດນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ,
2 ເລັ່ງປັບປຸງບູລະນະການທ່ອງທ່ຽວ ເພື່ອສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ ເຊິ່ງໄທທີ່ ຈະສະຫນັບສະຫນູນ ສປປ ລາວ ໃນການກໍ່ສ້າງຂົວຂ້າມນ້ໍາຂອງຊຽງແມນ-ຫຼວງພະບາງ ເພື່ອສົ່ງເສີມການ ທ່ອງທ່ຽວລະຫວ່າງລາວ-ໄທ.
3 ເລັ່ງແລະຂະຫຍາຍເສັ້ນທາງຄົມມະນາຄົມລະຫວ່າງກັນໃຫ້ຫຼາຍຂຶ້ນ, ໂດຍສະເພາະແມ່ນການເຊື່ອມຕໍ່ ລະບົບທາງລົດໄຟຂອງສອງປະເທດ ພ້ອມທັງຖືເອົາຜົນປະໂຫຍດສູງສຸດຈາກໂຄງການທາງລົດໄຟລາວ-ຈີນ ຮ່ວມກັນແບບ Win-Win,
4 ສືບຕໍ່ພັດທະນາພື້ນຖານໂຄງລ່າງ ແລະ ເຮັດໃຫ້ມາດຕະຖານແລະລະບຽບການສອດຄ່ອງກັນ,
5 ເພີ່ມທະວີການຮ່ວມມືດ້ານເສດຖະກິດດີຈີຕອລ, ເປັນສໍາຄັນການພັດທະນາເສດຖະກິດຍຸກສະໄຫມ ເຊິ່ງ ປະເທດໄທ ພ້ອມແລ້ວທີ່ຈະສະຫນັບສະຫນູນ ສປປ ລາວ ໃນການພັດທະນາທັກສະ ແລະ ຄວາມສາມາດຂອງບຸກຄະລາກອນໃນຂົງເຂດດີຈີຕອລ ແລະ ພັດທະນາລະບົບການຊໍາລະເງິນລະຫວ່າງປະເທດໃຫ້ມີປະສິດທິພາບ ່ ຫຼາຍຂຶ້ນ ພ້ອມທັງເພີ່ມທະວີການຮ່ວມມືດ້ານພະລັງງານສະອາດ.
6 ດ້ານຄວາມຫມັ້ນຄົງ ໄທ ແລະ ສປປ ລາວ ໄດ້ເຫັນດີເພີ່ມທະວີການລາດຕະເວນຕາມຊາຍແດນ, ເພື່ອສະກັດກັ້ນການລັກລອບຂ້າມແດນຢ່າງຜິດກົດຫມາຍ ແລະເພີ່ມທະວີການຮ່ວມມືໃນ ສະກັດກັ້ນ ແລະ ປາບປາມຢາ: ເສບຕິດ ໄທພ້ອມແລ້ວທີ່ຈະສະຫນັບສະຫນູນ ສປປ ລາວ ໃນການຂະຫຍາຍຜົນການຈັບກຸມ ແລະ ສະຫນອງ ອຸປະກອນການສືບສວນທີ່ທັນສະໄຫມ.
ຂໍ້ມູນ:ໜັງສືພິມລາວພັດທະນາ