ວິທີແກ້ອາການນອນໂກນ ໃຜທີ່ມັກນອນໂກນຄວນອ່ານ!

-ວິທີແກ້ອາການນອນໂກນ ໃຜທີ່ມັກນອນໂກນຄວນອ່ານ!

ການນອນໂກນເປັນອາການທີ່ສໍາຄັນຂອງພາວະຢຸດຫາຍໃຈໃນຕອນຫຼັບສາເຫດມາຈາກອະໄວຍະວະບາງສ່ວນແຄບລົງຫາກພົບວ່າມີອາການຮຸນແຮງຄວນປັບປ່ຽນພືດຕິກໍາການຕ່າງໆດັງນີ້:

1 ການປັບປ່ຽນທ່ານອນ:ການນອນຫງາຍສ່ຽງຕໍ່ໂລກນອນໂກນຫຼາຍຂື້ນ ເພາະເພີ່ມໂອກາດກ້າມເນື້ອໃນຊ່ອງປາກຫຍ່ອນຄ້ອຍປິດກັ້ນທາງເດີນຫາຍໃຈ ທ່ານອນແນະນໍາຄືທ່າແຄງ
2 ຫຼຸດຄວາມຕຸ້ຍ: ເຫດຜົນທີ່ຄົນຕຸ້ຍມີອາການອນໂກນຫຼາຍກວ່າຄົນຈ່ອຍຄື ໄຂມັນທີ່ບໍລິເວນຊ່ອງຄໍມີຄວາມໜາຂື້ນ ຈື່ງຄ່ອຍໆປິດກັ້ນ ທາງເດີຫາຍໃຈອາກາດທີ່ຜ່ານໄດ້ບາງສ່ວນເຮັດໃຫ້ອະໄວຍະວະພາຍໃນເກີດການສັ່ນສະເທືອນເປັນສຽງໂກນອອກມາ

3 ງົດດື່ມຊາ ກາເຟ ແລະ ເອວກໍຮໍ ກ່ອນເຂົ້ານອນ ເປັນການເພີ່ມຄວາມສ່ຽງການຫຍ່ອນຄ້ອຍ ຂອງກ້າມເນື້ອບໍລິເວນລໍາຄໍ ເຊີ່ງນໍາໄປສູ່ພາວະນອນໂກນ

4.ນອນຫຼັບພັກຜ່ອນໃຫ້ພຽງພໍ: ເມື່ອຮ່າງກາຍພັກຜ່ອນບໍ່ພຽງພໍເຮັດໃຫ້ຮ່າງກາຍອອ່ນເພຍ ແລະ ເກີດພາວະຫຍ່ອນຕົວຂອງກ້າມເນື້ອບໍລິເວນລໍາຄໍໂດຍບໍຮູ້ໂຕ

5.ອອກກໍາລັງກາຍສະໝໍ່າສະເໝີ: ເພື່ອຊ່ວຍເພີ່ມຄວາມຕືງຕົວຂອງກ້າມເນື້ອບໍລິເວນຄໍຫອຍ ແລະ ຫຼຸດການກັ້ນໃນທາງເດີນຫາຍໃຈ

Leave a Reply

Your email address will not be published. Required fields are marked *

You cannot copy content of this page