ເຈັບກັນໜັກ! ຣັດເຊຍຊີີ້ອີຢູຂວ້ຳບາດນໍ້າມັນສົ່ງຜົນກະທົບທົ່ວໂລກ ເລັ່ງປ່ຽນທິດສົ່ງສູ່ຕະຫຼາດອື່ນ.
ຣັດເຊຍໄດ້ລະບຸມາດຕາການຂວ້ຳບາດນໍ້າມັນຂອງອີຢູ ສົ່ງຜົນກະທົບທາງລົບໃນວົງກວ້າງ ທັງສອງກັບຢູໂຮບ ຕະຫຼາດໂລກແລະ ມອສໂກ ໃນຂະນະການສົ່ງອອກພະລັງງານຫຼັກອື່ນ ເຊີ່ງກໍຄືກ໊າສທຳມະຊາດຂອງພວກເຂົາຫຼຸດລົງເຊັ່ນດຽວກັນ
ແນວໃດກໍຕາມ ໂຄສົກວັງເຄຮມລິນເຜີຍວ່າກໍາລັງຫາທາງຈໍາກັດຄວາມເສຍຫາຍເຫຼົ່ານັ້ນ ດ້ວຍການຊອກຫາຕະຫຼາດອື່ນທົດແທນ. ໃນກອງປະຊຸມ ສະຫະພາບຢູໂຣບເຫັນດີກ່ຽວກັບມາດຕະການຂວ້ຳບາດຮອບ 6 ຫຼີ້ນງານມອສໂກ ເຊີ່ງຈະຢຸດການນໍາເຂົ້ານໍ້າມັນຣັດເຊຍເກືອບທັງໝົດ ແຕ່ມີຂໍ້ຍົກເວັ້ນໃຫ້ກັບອຸປະທານນໍ້າມັນທີ່ຈ່າຍຜ່ານທໍ່ລໍາລຽງ ໃນການເຄື່ອນໄຫວທີ່ອອ່ນຂໍ້ໃຫ້ແກ່ຮັງກາລີ
“ ມາດຕະການຂວ້ຳບາດຈະສົ່ງຜົນກະທົບທາງລົບໃຫ້້ກັບຢູໂຮບ ແລະ ຕະຫຼາດພະລັງງານໂລກ” ດີມິດຣີກ່າວ ພ້ອມລະບຸວ່າ ຮັດເຊຍກໍາລັງປັບປ່ຽນທິດທາງໃໝ່ໃນການຊອກຫາຈຸດໝາຍປາຍທາງອື່ນສໍາລັບນໍ້າມັນ ທີ່ຈະບໍ່ໄດ້ຂາຍໃຫ້ແກ່ຢູໂຣບອີກຕໍ່ໄປແລ້ວ “ ການເຄື່ອນໄຫວດ້ວຍຄວາມມຸ່ງໝັັນແລະເປັນລະບົບຈະຊ່ວຍໃຫ້ເຮົາຫຼຸດຜົນກະທົບທາງລົບໃຫ້ເຫຼືອໜ້ອຍທີ່ສຸດ”