-ໄດ້ເວລາປ່ອຍຂອງ! ສະຫະລັດເລັ່ງຂາຍໂດນຕິດຈະຫຼວດຖະລົ່ມລັດເຊຍໃຫ້ຢູເຄຼນ
ລັດຖະບານຂອງປະທານາທິບໍດີໂຈ ໄບເດັນ ຂອງສະຫະລັດ ມີແຜນໂດນ MQ-1C Gray Eagle ຈໍານວນ 4ລຳໃຫ້ຢູເຄຼນ ຂະນະທີ່ມັນມີສັກກະຍາພາບຕິດຈະຫຼວດໄຟ ທີ່ສາມາດໃຊ້ໂຈມຕີຣັດເຊຍໃນສະໜາມຮົບ.
ແນວໃດກໍຕາມ ແຫຼ່ງຂ່າວເຜີຍວ່າການຂາຍໂດນທີ່ຜະລິດໂດຍບໍລິສັດ ເຈນເນີຣໍ ອະຕອມມິກ ຍັງອາດຈະຖຶກຂັດຂວາງໂດຍສະພາຄອງເກສ ພ້ອມລະບຸວ່າມີຄວາມສ່ຽງເຊັ່ນກັນທີ່ຈະມີການກັບຄືນນະໂຍບາຍໃນນາທີສຸດທ້າຍ ເຊິ່ງອາດເຮັດໃຫ້ແຜນດັ່ງກ່າວສະດຸດລົງ ໃນຂະນະທີ່ຢູ່ພາຍໃຕ້ການພິຈາລະນາຂອງກະຊວງປ້ອງກັນປະເທດ
ຜ່ານມາຢູເຄຼນໃຊ້ລະບົບຍົນບໍ່ມີຄົນຂັບຂະນາດນ້ອຍ ແລະ ຊ່ວງໃກ້ກວ່ານີ້ຫຼາຍລຸ່ນ ໃນການຮັບມືກັບກອງກໍາລັງຣັດເຊຍ ທີ່ຮຸກຮານປະເທດຂອງພວກເຂົາໃນຊ່ວງທ້າຍເດືອນ
ເຈົ້າໜ້າທີສະຫະລັດທ່ານໜື່ງໄດ້ເປີດເຜີຍວ່າ ລັດຖະບານຂອງປະທ່ນາທິບໍດີ ໂຈ ໄບເດັນ ມີຄວາມຕັ້ງໃຈແຈ້ງກັບສະພາຄອງເກສ ໃນຄວາມເປັນໄປໄດ້ທີ່ຈະຂາຍໂດນໃຫ້ແກ່ຢູເຄຼນໃນອີກບໍ່ດົນ ແລະ ຄາດມາຍວ່າຈະມີການຖະແຫຼງຕໍ່ສາທາລະນະອີກ.