ເອົາແລ້ວ! ຈີນຈັບມືຣັດເຊຍ ສົ່ງເສີມປະຊາທິປະໄຕທີ່ແທ້ຈິງ
ທູດສູງສຸດຂອງຈີນປະກາດກ່າວວ່າປັກກິ່ງຈະທໍາການຮ່ວມກັບມອສໂກ ເພື່ອສົ່ງເສີມ “ ປະຊາທິປະໄຕທີ່ແທ້ຈິງ ” ເສີມຂະຫຍາຍສາຍພົວພັນທີ່ແໜ້ນແຟ້ນຂື້ນເລື້ອຍໆ ລະຫວ່າງປະເທດຂອງເຂົາກັບຣັດເຊຍ.
“ຈີນມີຄວາມມຸ່ງໝັ້ນທໍາການຮ່ວມກັບຣັດເຊຍແລະປະຊາຄົມນານາຊາດ ເພື່ອສົ່ງເສີມປະຊາທິປະໄຕທີ່ແທ້ຈິງ ໃນເງື່ອນໄຂຂອງແຕ່ລະປະເທດ” ຄໍາຖະແຫຼງການຂອງລັດຖະບານ
ຫວັງ ອີ້ ລັດຖະມົນຕີການຕ່າງປະເທດຂອງຈີນ ລະບຸວ່າ “
ການຜູກຂາດຄໍານິຍາມປະຊາທິປະໄຕ ແລະ ສິດທິມະນຸດ ເພື່ອມີອິດທິພົນເໜືອກວ່າປະເທດອື່ນ ເປັນກົນລະຍຸດທີ່ຫຼົ້ມເຫຼວຊົ່ວຄາວ” ລັດຖະມົນຕີການຕ່າງປະເທດຂອງຈີນກ່າວ ເຊິ່ງເປັນການເວົ່າທີ່ເຍາະເຍີ້ຍສະຫະລັດ ປະເທດທີ່ເປັນແກນນໍາປະຊາຄົມໂລກປະນາມການປະຕິບັດການຮຸກຮານຢູເຄຼນຣັດເຊຍ
ນັບຕັ້ງແຕ່ສົງຄາມເລີ່ມຕົ້ນຂື້ນ ປັກກິ່ງພະຍາຍາມສະແດງຕົນເອງໃນຖານະເປັນກາງ ອອກຄໍາຖະແຫຼງຕ່າງໆ ສະໜັບສະໜູນອໍານາດອະທິປະໄຕຂອງຢູເຄຼນ ແລະ ສະແດງຄວາມກັງວົນກ່ຽວກັບຄວາມສູນເສຍທີ່ເກີດຂື້ນກັບພົນລະເມືອງ