ຕວກກີ(Turkey)ປ່ຽນຊື່ປະເທດຍ້ອນມີຄວາມໝາຍວ່າໄກ່ງວງ
ອົງການສະຫະປະຊາຊາດ (United Nations, UN) ປ່ຽນຊື່ຕວກກີ້ ຈາກ Turkey ເປັນTürkiye ໂດຍໃນວັນທີ 1 ມິຖຸນາ 2022 ນີ້ ສື່ມວນຊົນຕວກກີ້ ໄດ້ລາຍງານວ່າ: ໂດຍຕອບສະໜອງຕາມຄວາມຮຽກຮ້ອງຂອງປະຊາຊົນຕວກກີ້,
ອົງການສະຫະປະຊາຊາດໄດ້ປ່ຽນຊື່ ປະທດຕວກກີ້ ໃນພາສາອັງກິດ ຈາກ Turkey ມາເປັນ Türkiye. ໂດຍໃນພາສາອັງກິດ, ຊື່ຂອງຕວກກີ້ ຂຽນເປັນ Turkey, ໂດຍຄຳສັບ Turkey ນີ້ ຍັງມີຄວາມໝາຍຕື່ມອີກຄື “ໄກ່ງວງ”, ຈຶ່ງມັກມີການເອີ້ນຄວາມໝາຍ ຂອງປະເທດ ອອກໄປໃນທິດທາງບໍ່ດີ.
ດັ່ງນັ້ນ ຈິ່ງເປັນສາເຫດທີ່ປະເທດຕວກກີ້ ຢາກປ່ຽນຊື່ ເປັນຊື່ ໃຫມ່ ໃນພາສາອັງກິດ.