ນາຍົກລັດຖະມົນຕີແຫ່ງ ສປປລາວເຂົ້າຢ້ຽມຂ່ຳນັບເຈົ້າຊີວິດໄທ ແລະ ກົມສົມເດັດພະເທບ

ນາຍົກລັດຖະມົນຕີ ແຫ່ງ ສປປລາວ ເຂົ້າຢ້ຽມຂ່ຳນັບເຈົ້າຊີວິດໄທ ແລະ ກົມສົມເດັດພະເທບ

ຂປລ. ໃນວັນທີ 2 ມິຖຸນາ 2022 ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ທ່ານ ນາງ ສີຈັນ ວິພາວັນ ໄດ້ເດີນທາງເຂົ້າຢ້ຽມຂ່ຳນັບ ພະບາດສົມເດັດພະວະສິຣະເກົ້າເຈົ້າຢູ່ຫົວ ແລະ ພຣະຣາຊີນີ ແຫ່ງ ຣາຊະອານາຈັກໄທ

ແລະ ເຂົ້າຢ້ຽມຂ່ຳນັບກົມສົມເດັດພະກະນິຖາທິລາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍລົມຣາຊະກຸມລີ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ໃນຖານະແຂກຂອງລັດຖະບານ

ໂດຍການນຳພາເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ພັນລະຍາທ່ານ ນາງ ວະຣາພອນ ຈັນໂອຊາ.

ພາບ: ອ່າຍຄຳ

Leave a Reply

Your email address will not be published. Required fields are marked *

You cannot copy content of this page