ເຊເລນສະກີ ຍອມຮັບ ກອງທັບຣັດເຊຍເຂົ້າຍືດຄອງພື້ນທີ່ຂອງຢູເຄູນໄດ້ແລ້ວ20%

ເຊເລນສະກີ ຍອມຮັບ ກອງທັບຣັດເຊຍເຂົ້າຍືດຄອງພື້ນທີ່ຂອງຢູເຄູນໄດ້ແລ້ວ20%

ສົງຄາມຢູເຄຼນຄົບ 100ມື້ແລ້ວ ທ່ານ ເຊເລນສະກີ ຜູ້ນໍາຢູເຄຼນໄດ້ຖະແຫຼງວ່າ ກອງທັບຣັດເຊຍສາມາດຍືດຄອງອານາເຂດຂອງຢູເຄຼນໄດ້ 20%ແລ້ວ ໃນຂະນະທີ່ກອງທັບຣັດເຊຍເດີນໜ້າໂຈມຕີໃນພື້ນທີ່ດອນບາສຕໍ່ໄປ.

ໃນສ່ວນແນວນ້າຂອງການສູ້ຮົບທີ່ຄວບຄຸມລະຍະທາງກວ່າ 1.000ກິໂລແມັດ ໃນຂະນະທີ່ກອງທັບຂອງຣັດເຊຍຍັງເດີນໜ້າໂຈມຕີເມືອງເຊເວໂຣໂດເນດ ເຊິ່ງເປັນເມືອງໃຫຍ່ແຫ່ງໜື່ງຂອງຢູເຄຼນໃນເຂດປົກຄອງລູຮັນ ທາງພາກຕາເວັນອອກຂອງເທດຕໍ່ໄປ

ຜູ້ນໍາຢູເຄູນກ່າວວ່າ ແນວໃດກໍຕາມກອງກໍາລັງຢູເຄຼນ ສາມາດຍືດຄືນພື້ນທີ່ເມືອງ ແລະ ໝູ່ບ້ານນ້ອຍໆ ຈໍານວນ 20ແຫ່ງ ໃນແຄວ້ນເຄີຊອນ ທາງໃຕ້ຂອງປະເທດ ກັບຄືນມາໄດ້ແລ້ວ ໂດຍກອງກໍາລັງຢູເຄຼນຫວັງທີ່ຈະຍືດຄືນອານາເຂດທີ່ສູນເສຍໃຫ້ກັບຣັດເຊຍໄປໃນຕອນຕົ້ນຂອງສົງຄາມໃນພື້ນທີ່ພາກໃຕ້ຂອງປະເທດ ເພື່ອເອົາຄືນກັບຣັດເຊຍທີ່ມຸ່ງເນັ້ນຍືດຄອງພື້ນທີ່ແຄວ້ນດອນບາສ.

ໃນຂະນະທີ່ທາງການຢູເຄຼນເປີດເຜີຍວ່າ ຈົນຮອດຕອນນີ້ມີເດັກນ້ອຍ ຂອງຢູເຄຼນເສຍຊີວິດຈາກສົງຄາມການຕໍ່ສູ້ຮົບແລ້ວ 26ສົບ ແລະ ບາດເຈັບອີກ 460ຄົນ ຕ້ອງອົບພະຍົບອອກຈາກບ້ານເຮືອນອີກກວ່າ 200.000ຄົນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page