ອີຢູແບນນໍ້າມັນຣັດເຊຍເກືອບໝົດ ສົ່ງຜົນກະທົບຕໍ່ຣັດເຊຍແນວໃດ?

ອີຢູແບນນໍ້າມັນຣັດເຊຍເກືອບໝົດ ສົ່ງຜົນກະທົບຕໍ່ຣັດເຊຍແນວໃດ?

ຜູ້ນໍາສະຫະພາບຢູໂຣບລົງມະຕິເຫັນຕົກລົງງຫ້າມການນໍາເຂົ້ານໍ້າມັນເກືອບທັງໝົດຈາກຣັດເຊຍ ເຊີ່ງກ່ອນໜ້ານີ້ບໍ່ມີທາງເກີດຂື້ນໄດ້ເລີຍຫາກຣັດເຊຍບໍ່ຍົກທັບບຸກໂຈມຕີຢູເຄຼນ ຈົນເຮັດໃຫ້ນານາຊາດໂດຍສະເພາະຕາເວັນຕົກ ລຸມຂວ້ຳບາດດ້ານຕ່າງໆຈົນມາເຖິງພາກພະລັງງານອັນເປັນແຫຼ່ງລາຍໄດ້ຫຼັກຂອງຣັດທະບານເຄຣມລິນ.

ແນວໃດກໍຕາມນັກວິເຄາະເບີ່ງວ່າ ການຂວ້ຳບາດຣັດເຊຍໃນຮອບທີ 6 ຂອງສະຫະພາບຢູໂຣບນີ້ອາດສົ່ງຜົນກະທົບຕໍ່ຜູ້ບໍລິໂພຫໃນເຂດຂອງພວກເຂົາດ້ວຍ ເນື່ອງຈາກລາຄາພະລັງງານທີ່ສູງຂື້ນຢູ່ແລ້ວຫຼັງເກີດສົງຄາມໃນຢູເຄຼນຈະສູງຂື້ນອີກເພາະມາດຕະການນີ້

ໂດຍສະເພາະໃນລະດູໜາວຊ່ວງທ້າຍເດືອນ ທີ່ຢູໂຣບຕ້ອງສະສົມກ໊າສທຳມະຊາດເພື່ອໃຫ້ຄວາມຮ້ອນແກ່ພົນລະເມືອງແລະຂັບເຄື່ອນອຸດສາຫພກໍາ ແລະ ຄາດວ່າມອສໂກຍັງບໍ່ໄດ້ຮັບຜົນກະທົບໜັກຫຼາຍ ແຕ່ມັນເຮັດໃຫ້ສູນເສຍລູກຄ້າລາຍໃຫຍ່ເຊິ່ງກໍຄືຢູໂຣບ ອາດຈະກໍ່ໃຫ້ເກີດປັນຫາລະຍະຍາວຕາມມາ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page