ຢູເຄຼນຍັງຫວັງປົດປ່ອຍເມືອງເຊເວໂຣໂດເນດ ເຖິງແມ່ນວ່າຣັດເຊຍຄຸມພື້ນທີ່ສ່ວນໃຫຍ່ແລ້ວ.
ທາງການຢູເຄຼນຕອນນີ້ພວກເຂົາຄວບຄຸມພື້ນທີ່ເມືອງເຊເວໂຣໂດເນດ ເຊິ່ງເປັນຈຸດຍຸດທະສາດສໍາຄັນທາງຕາເວັນອອກໄດ້ພຽງ 20%ເທົ່ານັ້ນ ແຕ່ຍັງຫວັງປົກປ້ອງເມືອງບໍ່ໃຫ້ຣັດເຊຍຍືດທັງໝົດ
ມີການລາຍງານວ່າ ທ່ານ ໂອເລດຊານເດີ ສະຕີອຸດ ປະທານຂະນະບໍລິຫານເມືອງເຊເວໂຣໂດເນດ ທາງຕາເວັນອອກຂອງຢູເຄຼນ ຍອມຮັບວ່າກອງທັບຂອງພວກເຂົາຄອບຄອງ ພື້ນທີ່ເມືອງອຸດສາຫະກໍາສໍາຄັນແຫ່ງນີ້ພຽງ 1ໃນ5ເທົ່ານັ້ນ ແຕ່ຍັງຫວັງຈະປ້ອງກັນບໍ່ໃຫ້ຣັດເຊຍເຂົ້າຄວບຄຸຸມຢ່າງສົມບູນໄດ້.
ຕາມການເປີດເຜີຍຂອງທ່ານສະຕີອຸດ ຕອນນີ້ກອງທັບຣັດເຊຍຍືດພື້ນທີ່ເມືອງເຊເວໂຣໂດເນດໄປແລ້ວຂະນະທີ່ຍັງມີປະຊາຊົນຢູ່ໃນເມືອງປະມານ 12.000-13.000ຄົນ ແຕ່ໂຄງສ້າງພື້ນຖານຖຶກທໍາລາຍໄປທັງໝົດແລ້ວ ແລະ ການເຂົ້າເມືອງເພື່ອສົ່ງສະບຽງອາຫານກໍຍັງເຮັດບໍ່ໄດ້