ຣັດເຊຍເມີນເສີຍຢູເຄຼນເສີມຄວາມດຸເດືອດ-ຊີ້ວ່າມີແຕ່ຈະເຮັດໃຫ້ພົນລະເມືອງຕ້ອງທົນທຸກຫຼາຍຂື້ນ.

ຣັດເຊຍເມີນເສີຍຢູເຄຼນເສີມຄວາມດຸເດືອດ-ຊີ້ວ່າມີແຕ່ຈະເຮັດໃຫ້ພົນລະເມືອງຕ້ອງທົນທຸກຫຼາຍຂື້ນ.

ເຊິ່ງມີການລາຍງານຄວາມຄືບໜ້າຂອງສົງຄາມໃນຢູເຄຼນວ່າ ທາງການຢູເຄຼນຢູ່ລະຫວ່າງການຖ້າຮັບອຸປະກອນສະໜັບສະໜູນຮອບໃໝ່ຈາກສະຫະລັດອາເມຣິກາ ແລະ ຊາດຕາເວັນຕົກຫຼັງສົງຄາມຍືດເຍື້ອເກີນ 100ວັນແລ້ວ ແລະ ຮັດເຊຍຍືດຄອງພື້ນທີ່ຂອງຢູເຄຼນໄວ້ໄດ້ 20%

ໂດຍພື້ນທີ່ສ່ວນໃຫຍ່ທີ່ຣັດເຊຍເຂົ້າຍືດຄອງໄດ້ນັ້ນຢູ່ໃນສະພາບພັງພິນາດ ຂະນະທີ່ຣັດເຊຍຢຶນຢັຍວ່າອາວຸດທີ່ຫຼັ່ງໄຫຼເຂົ້າມາໃນຢູເຄຼນນັ້ນຈະບໍ່ສົ່ງຜົນໃດ ນອກຈາກຈະເຮັດໃຫ້ຢູເຄຼນຕ້ອງປະເຊີນກັບຄວາມທຸກຍາກຫຼາຍຂື້ນ.

ເຊເລນສະກີ ຜູ້ນໍາຢູເຄຼນ ກ່າວວ່າ ພື້ນທີ່ຂອງຢູເຄຼນທີ່ຕົກຢູ່ພາຍໃຕ້ການຍືດຄອງຊົ່ວຄາວຂອງຮັດເຊຍນັ້ນຢູ່ໃນສະພາບພັງພິນາດ ໂດຍຣັດເຊຍນັ້ນຈະຕ້ອງເປັນຜູ້ຮັບຜິດຊອບ ແລະ ຢູເຄຼນກໍາລັງຈະໄດ້ຮັບອາວຸດສະໜັບສະໜູນຈາກ

ຊາດພັນທະມິດໂດຍເປັນອາວຸດສະໄໝໃໝ່ທີ່ມີຂີດຄວາມສາມາດສູງ ແລະ ຈະຊ່ວຍຍົກລະດັບແສນຍານຸພາບຂອງກອງທັບຢູເຄຼນເພີ່ມຂື້ນຢູ່ໃນລະດັບສູງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page