5 ອັນດັບ ມະຫາເສດຖີທີ່ລວຍທີ່ສຸດໃນໂລກ ປະຈໍາປີ 2022
ເຊິ່ງມີທັງເບີ 1 ຄົນໃໝ່ທີ່ຫຼາຍຄົນຄຸ້ນໜ້າ ແລະ ໜ້າໃໝ່ຈາກປະເທດທີ່ບໍ່ເຄີຍມີມະຫາເສດຖີພັນລ້ານມາກ່ອນ ເຖິງແມ່ນວ່າທົ່ວໂລກຈະປະສົບບັນຫາຫຼາຍຢ່າງເທົ່າໃດ ພວກເຂົາເຈົ້າກໍຍັງຄົງລວຍຂື້ນຢ່າງບໍຖອຍ. ໄດ້ທຽບຈາກລາຄາຫຸ້ນ ແລະ ອັດຕາແລກປ່ຽນໃນການຄໍານວນມູນຄ່າຊັບສິນດັ່ງລຸ່ມນີ້:
1 ທ່ານ.ອີລອນ ມາກ (Elon Musk) ຢູ່ສະຫະລັດອາເມຣິກາ : ເດີນໜ້າປະຕິຮູບວົງການຄົມມະນາຄົມ ຢູ່ໃນໂລກໂດຍຜ່ານທຸລະກິດລົດໄຟຟ້າ Tesla ແລະ ນອກໂລກຜ່ານທຸລະກິດຜະລິດຍານອາວາກາດ SpaceX ມີຊັບສິນທັງໝົດ: 2.19ແສນລ້ານຫຼຽນສະຫະລັດ.

2 ທ່ານ.ເຈບ ເບຊອດ ( Jeff Bezos) ຢູ່ສະຫະລັດອາເມຣິກາ ກໍ່ຕັ້ງ Amazon ຍັກໃຫຍ່ແຫ່ງອີ-ຄອມເມິດ ແລະ ກໍາລັງຜົນຕົວມາເປັນປະທານກໍາມາການບໍລິຫານມີຊັບສິ່ງທັງໝົດ: 1.71ແສນລ້ານຫຼຽນສະຫະລັດ.

3 ທ່ານ ເບີນາດ ອາໂນ ແລະ ຄອບຄົວ ( Bernard Arnault) ຢູ່ຝຣັ່ງເສດ ມີອານາຈັກ LVMH ທີ່ມີແບຣນແຟຊັ່ນ ແລະ ເຄື່ອງສໍາອາງ ໃນເຄືອກວ່າ 70ແບຣນ ບໍ່ວ່າຈະເປັນ Louis Vuitton ແລະ Sephora ມີຊັບສິນທັງໝົດ 1.58ແສນລ້ານຫຼຽນສະຫະລັດ.

4. ທ່ານ ບິວ ເກດ ( Bill Gates) ຢູ່ສະຫະລັດອາເມລິກາ ມີບໍລິສັດຊ໋ອບແວ Microsoft ນໍາເງີນໄປລົງທືນຕໍ່ໃນພະລັງງານປະສະຈາກຄາບອນມີຊັບສິນທັງໝົດ: 1.29ແສນລ້ານຫຼຽນສະຫະລັດ.

5.ວໍເລັນ ບັບເຟັດ ( Warren Buffett ) ຢູ່ສະຫະລັດອາເມຣິກາ ໜື່ງໃນນັກລົງທືນທີ່ປະສົບຜົນສໍາເລັດທີ່ສຸດ ຫຼື ນັກທໍານາຍຂອງ Omaha ມີຊັບສິນທັງໝົດເ 1.18ແສນລ້ານສະຫະລັດ.
