ເກືອບ 700ກິໂລ ຄາດວ່າມາຈາກ “ສາມຫຼ່ຽມທອງຄໍາ”

-ມາເລເຊຍ ຍືດຢ າເ ສ ບຕິ ດເກືອບ 700ກິໂລ ຄາດວ່າມາຈາກ “ສາມຫຼ່ຽມທອງຄໍາ”

ຈາກການລາຍງານວ່າ ຕໍາຫຼວດມາເລເຊຍ ທໍາລາຍ 2 ເຄືອຂ່າຍ ຢ າ ເສ ບ ຕິ ດ ທີ່ກໍາລັງວາງແຜນຈັດສົ່ງຂື້ນລົດ ເກືອບ 700ກິໂລ ມູນຄ່າ 25.3ລ້ານຣິງກິດ ( ປະມານ 980.000.000ກີບ) ໃຫ້ແກ່ຕະຫຼາດໃນປະເທດ ແລະ ອິນໂດເນເຊຍ.

ເຊິ່ງຜູ້ອໍານວຍການກົມສອບສວນອາດຊະຍາກໍາ ຢ າ ເສ ບ ຕິ ດ ສໍານັກງານຕໍາຫຼວດມາເລເຊຍ ລະບຸວ່າໃນສໍານັກງານຕໍາຫຼວດໃນກຣຸງກົວລາລໍາເປີວ່າ ຕໍາຫຼວດດໍາເນີນປະຕິບັດການ ທໍາລາຍ ຢ າ ເ ສບ ຕິ ດ 2ຄັ້ງ.

ໃນປະຕິບັດການຄັ້ງທໍາອິດ ຕໍາຫຼວດຈັບກຸມ 1ຄົນ ໃນສະຫະລັດລັງງໍ ທີ່ເຊື່ອວ່າລັກລອບຂົນ ຢ າ ເສ ບ ຕິ ດ ຢ່າງແຂ່ງຂັນທົ່ວພົມແດນມາເລເຊຍ ຕໍາຫຼວດຍືດ ( ຢ າ ໄອ້ ) , ເຮໂຣອີນ ແລະ ຢ າ ອີ.

ສ່ວນໃນຄັ້ງທີ 2 ຕໍາຫຼວດຈັບກຸມ 4ຄົນ ອາຍຸລະຫວ່າງ 25 ແລະ 39ປີ ຫຼັງບຸກເຂົ້າໄປໃນບ້ານພັກ 2ແຫ່ງ ໃນລັດລັງງໍ ແລະ ລັດເກດະ ຍືດໄອ້ ນໍ້າໜັກ 248ກ7ກິໂລ ພ້ອມຍານພາຫະນະຫຼາຍຄັນທີ່ເຄືອຂ່າຍ ຢ າ ເສ ບ ຕິ ດ ໃຊ້.

ເຊິ່ງປະມານຢາເສບຕິດທີ່ຍືດໄດ້ທັງໝົດ 696ກິໂລ ສາມາດແບ່ງຈໍາໜ່າຍແກ່ຜູ້ເສບໄດ້ຫຼາຍກວ່າ 3.4ລ້ານຄົນ ສ່ວນ 2 ເຄືອຂ່າຍດັ່ງກ່າວເປັນທີ່ເຊື່ອວ່າລັບລອບມາຈາກ “ສາມຫຼ່ຽມທອງຄໍາ” ເຊິ່ງເປັນບໍລິເວນທີ່ມີພົມແດນຕິດກັນ 3ປະເທດໄດ້ແກ່ ລາວ-ມຽນມາ-ໄທ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page