ເອີຣົບບໍ່ໄດ້ຮັບຮອງແຜນລົງໂທດລັດເຊຍຮອບທີ່6 ຍ້ອນການຄັດຄ້ານຈາກຮົງກາລີ

ສະຫະພາບເອີລົບບໍ່ໄດ້ຮັບຮອງແຜນການລົງໂທດຣັດເຊຍຮອບທີ6ຕາມເວລາກຳນົດຍ້ອນການຄັດຄ້ານຈາກຮົງກາຣີ

ວັນທີ1ມິຖຸນານີ້,ສະຫະພາບເອີລົບເປີດເຜີຍໃຫ້ຮູ້ວ່າ:ຍ້ອນບັດບໍ່ເຫັນດີຂອງຮົງກາຣີ, ແຜນການລົງໂທດຣັດເຊຍຮອບທີ6ຂອງສະຫະພາບເອີລົບທີ່ກຽມຈະອະນຸມັດໃນມື້ດຽວກັນນັ້ນ ບໍ່ໄດ້ຮັບການຮັບຮອງຕາມເວລາກຳນົດ.

ໃນກອງປະຊຸມສຸດຍອດສະໄໝວິສາມັນຂອງສະຫະພາບເອີລົບທີ່ຫາກໍ່ສິ້ນສຸດລົງເມື່ອມໍ່ໆມານີ້,ຜູ້ນຳບັນດາປະເທດສະຫະພາບເອີລົບໄດ້ກ້າວເຖິງຂັ້ນມີຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບແຜນການລົງໂທດຣັດເຊຍຮອບທີ6ຂອງສະຫະພາບເອີລົບໃນດ້ານຫຼັກການ,ເຊິ່ງລວມທັງ“ການຫ້າມຂົນສົ່ງ”ນ້ຳມັນເຊື້ອໄຟຂອງຣັດເຊຍໃນສ່ວນໜຶ່ງ.

ອິງຕາມລະບຽບການຂອງສະຫະພາບເອີລົບແລ້ວ,ຜູ້ຕາງໜ້າຂອງບັນດາປະເທດສະມາຊິກສະຫະພາບເອີລົບຍັງຕ້ອງການຫັນຄວາມຮັບຮູ້ທີ່ເປັນເອກະພາບກັນດ້ານການເມືອງສະບັບນີ້ໃຫ້ເປັນເອກະສານດ້ານກົດໝາຍ,ບົນພື້ນຖານນີ້ແລ້ວ,ແຜນການລົງໂທດຣັດເຊຍຮອບໃໝ່ຈິ່ງຈະບັງເກີດຜົນຢ່າງເປັນທາງການໄດ້.

ທີ່ມາ: CRI

Leave a Reply

Your email address will not be published. Required fields are marked *

You cannot copy content of this page