ເຫດຄົນຍິງກັນເສຍຊີວິດເສຍຊີວິດຄາທີ02ຄົນ.
ໃນວັນທີ 04.06.2022 ເວລາ 02:03ນາທີ ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າມີຄົນຍິງກັນເສຍຊີວິດ ຢູ່ທີ່ບ້ານ ຫ້ວຍຊາຍໃຕ້ (ເຂດລ້ອງຫວຽດ) ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ
ເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ເສຍຊີວິດ 02ຄົນ:

-ຜູ້ເສຍຊີວິດ:ທ້າວ ແອ່ນຄຳ ອາຍຸ28ປີ.ຢູ່ບ້ານ ສີດອນແຍງ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ.
-ມີຮອຍລູກກະສຸນ ຍິ ງ ເຂົ້າ ຫົ ວສອດແຕ່ເບື້ອງຊ້າຍຫາເບື້ອງຂວາ.
-ຜູ້ເສຍຊີວິດ: ນາງ ຕຸ້ຍ ອາຍຸປະມານ 18-20 ປີ ຢູ່ບ້ານ ພິມົນສິນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
-ມີຮອຍລູກກະສຸນ ຍິ ງເຂົ້າ ຫົ ວສອດແຕ່ຂວາຫາຊ້າຍ.
(ສ່ວນສາເຫດເສຍຊີວິດແມ່ນຢູ່ໃນລະຫວ່າງການສັນນິສູດຂອງເຈົ້າໜ້າທີ່)
ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຈື່ງໄດ້ທຳການຫໍ່-ມ້ຽນ ສົ ບຜູ້ເສຍຊີວິດແລ້ວສົ່ງໄປທີ່ໂຮງໝໍແຂວງບໍ່ແກ້ວເພື່ອລໍ່ຖ້າຍາດພີ່ນ້ອງມານຳເອົາ ສົ ບຜູ້ເສຍຊີວິດໄປທຳພີິທີ່ທາງສາສະໜາ.
ທາງໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຂໍສະແດງຄວາມເສຍໃຈນຳຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນນນນນນ….