ໂລກຈັບຕາໂສມແດງ! ເລັ່ງທົດສອບລະເບີດນິວເຄຼຍ
ຈາກການລາຍງານທາງສະຫະລັດອາເມຣິກາ ເກົາຫຼີໃຕ້ ແລະ ຢີ່ປຸ່ນ ຢູ່ລະຫວ່າງຕຽມແຜນຮອງຮັບ ແລະ ຈັບຕາຄວາມເຄື່ອນໄຫວຂອງທາງການເກົາຫຼີເໜືອຢ່າງໃກ້ຊິດຫຼັງພົບຄວາມເຄື່ອນໄຫວການກຽມທົດສອບລະເບີດນິວເຄຼຍຮອບໃມ່ຂອງເກົາລີເໜືອ ທາງພາກຕາເວັນອອກສຽງເໜືອຂອງປະເທດ ເຊິ່ງຫາກເກີດຂື້ນຈະຖືເປັນການທົດສອບລະເບິດນິວເຄຼຍຮອບທີ 7
ທ່ານ ຊຸງ ຄີມ ຜູ້ແທນພິເສດຂອງສະຫະລັດ ຕໍ່ກັບບັນຫາເກົາຫຼີເໜືອກ່າວວ່າ ສະຫະລັດປະເມີນວ່າເກົາຫຼີເໜືອກໍາລັງກຽມທົດສອບລະເບິດນິວເຄຼຍທີ່ຖານທົດສອບປຸງຍີ-ຣີ ຂະນະທີ່ທ່ານຟຸນະໂຄຊິ ທາເຄຮິໂຣະ ຜູ້ອໍານວຍການໃຫຍ່ສໍານັກງານກິດຈະການເອເຊີຍ ແລະ ໂອຊີເນຍ
ລະບຸວ່າ ການເດີນໜ້າທົດສອບຂີປະນາວຸດຂ້າມທະວີບແລະ ລະເບີດນິວເຄຼຍຢ່າງດຸເດືອດ ໃນປີນີ້ຂອງເກົາຫຼີເໜືອເຮັດໃຫ້ເປັນອຸປະສັກໃຫຍ່ຕໍ່ການເຈລະຈາຖອດຊະນວນຄວາມຕືງຄຽດຂອງຄາບສະມຸດເກົາຫຼີ
ຂະນະທີ່ລັດຖະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຫຼື ຢູເອັນເອສຊີນັ້ນບໍ່ສາມາດອອກມາດຕະການແລະຖະແຫຼງການໃດ ເພາະຄວາມຂັດແຍ່ງຮຸນແຮງພາຍໃນລະຫວ່າງສະຫະລັດ ແລະ ຊາດພັນທະມິດກັບຂົ້ວຣັດເຊຍແລະຈີນພັນທະມິດໃກ້ຊິດຂອງເກົາຫຼີເໜືອ.