ໃຈມັນຮັກ! ສາວບັງກາເທດລອຍນ້ຳຂ້າມໄປອິນເດຍເພື່ອໄປແຕ່ງງານກັບຄົນຮັກ
ຫຼາຍຄົນຄົງເຄີຍໄດ້ຍີນຄໍາກ່າວທີ່ວ່າ “ ຄວາມຮັກ ເຮັດໃຫ້ຄົນເຮົາເຮັດໄດ້ທຸກຢ່າງ” ພິສູດໄດ້ຈາກກໍລະນີຂອງສາວບັງກາລາເທດຄົນໜື່ງ ລາວຍອມເດີນປ່າຜ່າດົງເຂດອານຸລັກສັດທີ່ດຸຮ້າຍລວມເຖິງລອຍນໍ້າຂ້າມພົມແດນເກືອບຊົ່ວໂມງ ເພື່ອໄປຫາຄົນຮັກ.
ຕາມການລາຍງານ “ ກິດສະນາ ມັນດານ” ອາຍຸ 22ປີ ພົບຮັກກັບ “ອະຖິກ ມັນດານ” ຜ່ານທາງເຟດບຸກ ທັງສອງຕັດສິນໃຈໃຊ້ຊີວິດຮວ່ມກັນ ແຕ່ອຸປະສັກຂອງຄວາມຮັກຄັ້ງນີ້ຄື ລາວອາໃສຢູ່ໃນບັງກາລາເທດ
ສ່ວນຄົນຮັກຂອງລາວອາໃສຢູ່ອິນເດຍ ແລະ ລາວບໍ່ມີໜັງສືເດີນທາງ ດ້ວຍຄວາມມຸ່ງໝັ້ນລາວຈື່ງເລືອກຂ້າມພົມແດນດ້ວຍວິທີ ທີ່ຜິດກົດໝາຍການເດີນທາງຄັ້ງນີ້ສຸດຍາກລໍາບາກ ລາວໄດ້ເດີນພ່າປ່າທືບຂອງເຂດປ່າສະຫງວນ ເຊິ່ງເປັນເຂດອານຸລັກເສື້ອໂຄ່ງ ຫຼັງຈາກເດີນລຸຍປ່າທືບ ລາວຍັງຕ້ອງລອຍນໍ້າໃນແມ່ນໍ້າດົນກວ່າ 1ຊົ່ວໂມງເພື່ອໄປຮອດຈຸດໝາຍ.
ຫຼັງຈາກທັງສອງພົບກັນ ກິດສະໜາ ແລະ ອະຖິ ໄດ້ຈັດງານວິວາທີ່ວັດກີຂັດ ໃນເມືອກັນກັດຕາຂອງອິນເດ ຢ່າງໃດກໍຕາມ ລາວຖຶກຈັບກຸມ ເນື່ອງຈາກເຂົ້າປະເທດຢ່າງຜິດກົດໝາຍ ຈາກນັ້ນລາວຖືກສົ່ງຕົວກັບໄປຍັງບັງກາເທດ.