ເຮືອນແພເມືອງເຟືອງຍອດນິຍົມອອກມາໂຕ້ສາຍປາຕີ້ທີ່ໂວຍຍ້ອນບໍ່ໃຫ້ເປີດເພງ
ຕ້ອງຂໍອະໄພ ນຳລູກຄ້າຫຼາຍໆ ເດີ ທີ່ເຮົາບໍ່ສາມາດ ໃຫ້ຈັດ ປ່າຕີ້ ມົ່ວສຸມ ເນືອງນັນ ລົບກວນຜູ້ອື່ນທີ່ຢູ່ອ້ອມຂ້າງ ໃນຍາມວິການ ໄດ້.. ເພາະເຮືອນແພ ເຮົາ ເປັນແຫຼ່ງທ່ອງທ່ຽວ ທີ່ເນັ້ນດ້ານການ ອະນຸລັກ ຮັກສາທຳມະຊາດ ແລະ ຮີດຄອງປະເພນີອັນດີງາມ..

ລູກຄ້າ ຫຼາຍທ່ານ ທີ່ມາ ກໍລ້ວນແຕ່ເປັນຜູ້ສູງໄວ ເພິ່ນຕ້ອງການພັກຜ່ອນ ກັບທຳມະຊາດ ແລະລຸກມາໃສ່ບາດ ໃນຕອນເຊົ້າ.ທີ່ສຳຄັນ ບໍ່ແມ່ນວ່າທາງເຮົາບໍ່ໃຫ້ເປີດ ເຮົາໃຫ້ລູກຄ້າມາເຊັກອິນ ແລະເປີດເພງໄດ້ ຕັ້ງແຕ່ 13.00 ຈົນຮອດ 22.30 ເຊິ່ງ ທາງເຮົາກໍ່ເຫັນວ່າ ມັນສົມມາພາຄວນແລ້ວ
ທີ່ຈະຂໍໃຫ້ປິດສຽງເພງ ເພື່ອໃຫ້ແຂກຫ້ອງອື່ນໄດ້ພັກຜ່ອນ ແລະ ນີ້ກໍເປັນມາລະຍາດ ພື້ນຖານ ທີ່ທຸກຄົນຄວນມີ ໃນການຢູ່ຮ່ວມກັນ ໃນສັງຄົມລວມໝູ່.
ສຳລັບຄັ້ງນີ້ ພວກເຮົາກໍຂໍຂອບໃຈ ລູກຄ້າທີ່ມາໃຊ້ບໍລິການ ແຕ່ ສຳລັບໃນອະນາຄົດ ຖ້າລູກຄ້າຈະມີຈຸດປະສົງມາເພື່ອປາຕີ້ ທາງເຮືອນແພເຮົາກໍຂໍອະນຸຍາດ ບໍ່ຕ້ອນຮັບ ທ່ານເຊັ່ນກັນເຈົ້າ ຂອບໃຈ