ສະຫະລັດ ປະກາດລົງໂທດ ພວກຊົນຊັ້ນສູງຂອງຣັດເຊຍເພີ່ມເຕີມ
ລັດຖະບານສະຫະລັດ ກ່າວໃນວັນພະຫັດວານີ້ວ່າ ຕົນພະຍາຍາມທີ່ຈະປິດຊ່ອງຫວ່າງ ພວກຫລົບຫລີກມາດຕະການລົງໂທດ ທີ່ໃຊ້ໂດຍພວກຊົນຊັ້ນສູງຂອງຣັດເຊຍ ຮວມທັງປະທານາທິບໍດີຣັດເຊຍ ທ່ານວລາເດເມຍ ປູຕິນ “ພະຍາຍາມທີ່ ຈະຊຸກເຊື່ອງ ແລະຍ້າຍເງິນ ແລະກໍໃຊ້ຊັບສິນຫລູຫລາລາຄາແພງຢ່າງລຶກລັບຢູ່ໃນທົ່ວໂລກ.”
ບັນດາເປົ້າໝາຍຕ່າງໆແມ່ນຮວມທັງກຳປັ່ນຫລູຫລາ ເຮືອບິນ ຂອງບັນດາເຈົ້າໜ້າທີ່ຣັດເຊຍ ແລະຄົນອື່ນໆທີ່ໃກ້ຊິດກັບປູຕິນ. ບັນດາກຳປັ່ນຫລູຫລາທີ່ເປັນເປົ້າໝາຍ ແມ່ນຮວມທັງກຳປັ່ນຕິດທຸງຣັດເຊຍ ຊື່ Graceful ແລະຕິດທຸງ Cayman Islands ຊື່ Olympia ພ້ອມທັງກຳປັ່ນຫລູຫລາອີກສອງລຳ ຊື່ Shellest ແລະ Nega ທັງສອງເປັນເຈົ້າຂອງໂດຍ ບໍລິສັດຣັດເຊຍ.
ທຳນຽບຂາວກ່າວວ່າ ການລົງໂທດໃໝ່ໄດ້ວາງອອກ “ເພື່ອທັບມ້າງການຫລົບຫລີກ ແລະເພີ້ມຄວາມເຄັ່ງຄັດຂຶ້ນຕໍ່ການລົງໂທດເພື່ອຊຸກຍູ້ຝຍການບັງຄັບໃຊ້ ແລະເພີ້ມຄວາມກົດດັນຕໍ່ປູຕິນ ແລະພວກສະໜັບສະໜູນ.”
ຢູ່ໃນຖະແຫລງການປະກາດການລົງໂທດ ທີ່ລັດຖະມົນຕີຕ່າງປະເທດ ທ່ານແອນ ໂທນີ ບລິງເກັນ ໄດ້ກ່າວວ່າ “ສະຫະລັດຈະດຳເນີນການສະໜັບສະໜູນ ປະຊາຊົນ ຢູເຄຣນ ໃນຂະນະທີ່ຊຸກຍູ້ໃຫ້ມີຄວາມຮັບຜິດຊອບຕໍ່ປະທານາທິບໍດີປູຕິນ ແລະ ພວກສະໜັບສະໜູນຕໍ່ການຮຸກຮານຣັດເຊຍ.
ທີ່ມາ: Voa