ຍີ່ປຸ່ນວ່າແນວໃດ! ເກົາຫຼີເໜືອຍິງຂີປະນາວຸດ 8ລູກໃນມື້ນີ້

ເອົາແລ້ວ! ເກົາຫຼີເໜືອຍິງຂີປະນາວຸດ8ລູກ

ທາງການຍີ່ປຸ່ນແລະເກົາຫຼີໃຕ້ ລາຍງານລະບຸວ່າເກົາຫຼີເໜືອໄດ້ຍິງຂີປະນາວຸດຈຳນວນ 8ລູກມາຕົກໃສ່ບໍລິເວນທະເລດ້ານຕາເວັນອອກ ນອກເຂດຖະກິດຂອງຍີ່ປຸ່ນ ໂດຍເລີ່ມຕັ້ງແຕ່ເວລາ 09:08 ໂມງ ເຖິງ 09:43 ໂມງ

ຮູບປະກອບ

ເຊິ່ງທາງການເກົາຫຼີໃຕ້ລະບຸວ່າ ມາຈາກບໍລິເວນຊານເມືອງຂອງນະຄອນປຽງຢາງ ເມືອງຫຼວງຂອງເກົາຫຼີເໜືອ ສຳລັບການຍິງຂີປະນາວຸດເທື່ອນີ້ເປັນເທື່ອທີ່ 18 ສຳລັບປີນີ້ 2022.

ຮູບປະກອບ

ໃນຂະນະນີ້ຍັງບໍ່ມີລາຍງານທີ່ຊັດເຈນວ່າຂີປະນາວຸດທີ່ຍິງອອກມານີ້ເປັນແບບໃດ

Leave a Reply

Your email address will not be published. Required fields are marked *

You cannot copy content of this page