ຈັບພວກກໍ່ເຫດຍິງລົດຢູ່ທາງດ່ວນວຽງຈັນ-ວັງວຽງໄດ້ແລ້ວ

ຈັບພວກກໍ່ເຫດຍິງລົດຢູ່ທາງດ່ວນວຽງຈັນ-ວັງວຽງໄດ້ແລ້ວ

ອີງຕາມຂໍ້ມູນທີ່ຍັງບໍ່ເປັນທາງການຈາກເຈົ້າໜ້າທີ່ເມືອງຫີນເຫີບແຂວງວຽງຈັນ ໄດ້ລາຍງານວ່າ: ກຸ່ມຄົນບໍ່ດີທີ່ກໍ່ເຫດຍິງລົດສາມຄັນຢູ່ທາງດ່ວນວຽງຈັນ-ວັງວຽງນັ້ນ ແມ່ນລົດຄົນລາວສອງຄັນ ແລະ ລົດຄົນຈີນ ໜຶ່ງຄັນ

ເຮັດໃຫ້ມີຜູ້ບາດເຈັບຈຳນວນໜຶ່ງ, ເຊິ່ງປະຈຸບັນທາງເຈົ້າໜ້າທີ່ທຸກພາກສ່ວນສາມາດຕິດຕາມ ແລະ ຈັບຜູ້ກໍ່ເຫດໄດ້ແລ້ວ. ເຈົ້າໜ້າທີ່ໄດ້ກ່າວວ່າ ເປັນກຸ່ມຄົນທີ່ພົວພັນກັບຢາເສບຕິດແລະ ຍ້ອນສາເຫດດັງກ່າວຈຶ່ງກໍ່ເຫດໃນຄັ້ງນີ້ໄດ້. ແຕ່ເຖິງຢ່າງໃດກໍ່ຕາມ ທາງເຈົ້າໜ້າທີ່ທັງສູນກາງ ແລະ ທ້ອງຖິ່ນໄດ້ເອົາກໍາລັງກໍາລັງລົງ

ສືບສວນ-ສອບສວນຫາສາເຫດທີ່ແທ້ຈິງໃຫ້ໄດ້.
ທີ່ມາ: ໜັງສືພິມວຽງຈັນທາຍ

Leave a Reply

Your email address will not be published. Required fields are marked *

You cannot copy content of this page