ຢູເຄຼນໜຽວແໜ້ນ! ສະກັດຣັດເຊຍບຸກລຸກ-ຢໍ້າວ່າອາວຸດໃໝ່ມາຕອນໃດຊະນະແນ່ນອນ.
ຈາກການລາຍງານວ່າ ກອງທັບຢູເຄຼນປະສົບຄວາມສາເລັດໃນການຕໍ່ຕ້ານການບຸກລຸກຂອງກອງທັບຣັດເຊຍທີ່ເມືອງເຊເວໂດເນດໃນພາກປົກຄອງດອນບາສ ທາງພາກຕາເວັນອອກຂອງປະເທດຢູເຄຼນ
ໂດຍກອງທັບຢູເຄຼນຍັງສາມາດຕືງແນວຮັບບໍລິເວນພື້ນທີ່ນິຄົມອຸດສາຫະກໍາຂອງເມືອງດັ່ງກ່າວໄວ້ໄດ້ໜຽວແໜ້ນເຖິງແມ່ນວ່າຣັດເຊຍຈະໃຊ້ການໂຈມຕີດ້ວຍປືນໃຫຍ່ຍິງຖະຫຼົ່ມໝົດມື້ໝົດຄືນກໍຕາມ
ທ່ານ ເຊີຮີ ໄອໄດ ຜູ້ວ່າການພາກປົກຄອງລູການ ກ່າວວ່າ ກອງທັບຣັດເຊຍຫຼົ້ມເລວໃນການເຂົ້າຍືດຄອງເມືອງເຊເວໂຣໂດເນດແລະຍັງຖືກກອງທັບຢູເຄຼນຕໍ່ຕ້ານຈົນຕ້ອງຖອຍ ຫາກກອງທັບຢູເຄຼນໄດ້ລະບົບຍິງຂີປະນາວຸດລະຍະໄກມາຈາກຊາດພັນທະມິດ
ກໍຈະເຮັດໃຫ້ສາມາດກັບຄືນມາເປັນຝ່າຍລຸກເພື່ອໄລ່ໂຈມຕີຝ່າຍຣັດເຊຍໄດ້ ສ່ວນທີ່ເມືອງລີຊີຮານ ເມືອງຝາແຝດທີ່ຢູ່ອີກຟາກແມ່ນໍ້າກົງກັນຂ້າມເຊເວໂຣໂດເນດ ສະຖານະການຢູ່ໃນພາວະວິກິດຈາກການໂຈມຕີຂອງຣັດເຊຍ ໂດຍ ທ່ານໂອເລັກແຊນ ໄຊກາ ເຈົ້າເມືອງລີຊິຮານ ລະບຸວ່າ ອາຄານ 60% ຂອງເມືອງຖືກທໍາລາຍ ລະບົບອິນເຕີເນັດ
ສັນຍານໂທລະສັບ ແລະ ແກ້ດບໍ່ສາມາດນໍາໃຊ້ໄດ້ ຂະນະທີ່ເມືອງສະໂລວິຍານທີ່ຫ່າງຈາກເຊເວໂຣໂດເນສົປ ປະມານ 80ກິໂລແມັດ ປະຊາຊົນກໍາລັງຢູ່ລະຫວ່າງການອົບພະຍົບອອກຈາກເມືອງຫຼັງປະເຊີນໜ້າກັບການໂຈມຕີກ້ວນປືນໃຫຍ່ຢ່າງຮຸນແຮງເຮັດໃຫ້ລະບົບໄຟຟ້າແລະນໍ້າປະປານໍາໃຊ້ບໍ່ໄດ້.