ປູຕິນຂູ່! ຈະໂຈມຕີເປົ້າໝາຍໃໝ່ ຖ້າອາເມລິກາຍັງບໍ່ຢຸດສົ່ງຈະຫຼວດໃຫ້ຢູເຄຼນ

ປູຕິນຂູ່! ຈະໂຈມຕີເປົ້າໝາຍໃໝ່ ຖ້າອາເມລິກາຍັງບໍ່ຢຸດສົ່ງຈະຫຼວດໃຫ້ຢູເຄຼນ

ປູຕິນຂູ່ ຈະໂຈມຕີເປົ້າຫມາຍໃຫມ່ ຖ້າສະຫະລັດ ແລະ ເຂດຕາເວັນຕົກຍັງບໍ່ຢຸດສົ່ງຈະຫລວດທີ່ມີຄວາມຍາວໃຫ້ແກ່ຢູເຄຣນ ຫລັງຈາກໄບເຄນຕົກລົງສົ່ງລະບົບຍິງຈະຫລວດຫລາຍລຳກ້ອງໃຫ້ຄຽບ

ສຳນັກຂ່າວ ຣອຍເຕີ່ ລາຍງານວ່າ ປະທານາທິບະດີ ວາລາດິເມຍ ປູຕິນ ຂູ່ສະຫະລັດໃນການໃຫ້ສຳພາດກັບສະຖານີໂທລະເມື່ອວັນອາທິດທີ່ 5 ມິຖຸນາ 2022 ວ່າລັດເຊຍຈະໂຈມຕີເປົ້າຫມາຍໃຫມ່ ຫາກເຂດຕາເວັນຕົກຈັດຫາຂີປະນາວຸດທີ່ມີຄວາມຍາວໃຫ້ແກ່ຢູເຄຣນ ເພື່ອໃຊ້ກັບລະບົບຍິງຈະຫລວດເຄື່ອນທີ່ຄວາມແມ່ນຍຳສູງ

ຄຳເວົ້າຂອງຜູ້ນຳປູຕິນເກີດຂຶ້ນຫລັງຈາກເມື່ອອາທິດກ່ອນ ປະທານາທິບະດີ ໂຈ ໄບເຄນ ວ່າສະຫະລັດຈະສົ່ງຈະຫລວດຫລາຍລຳກ້ອງ M142 HIMARS ໃຫ້ແກ່ຢູເຄຣນ ຫລັງຈາກໄດ້ຮັບຮອງຈາກລັດບານຄຽບວ່າ ພວກເຂົາຈະບໍ່ໃຊ້ອາວຸດນີ້ໂຈມຕີເຂົ້າໄປໃນຣັດເຊຍ

ປູຕິນບອກກັບສະຖານີໂທລະທັດ Rossita-1 ວ່າ ການຈັດສົ່ງອາວຸດຊະນິດນີ້ບໍ່ແມ່ນເລື່ອງໃຫມ່ ແລະ ບໍ່ປ່ຽນແປງຫຍັງນອກຈາກການລະວັງວ່າ ອາດມີການຕອບໂຕ້ ຫາກສະລັດ ສົ່ງເຄື່ອງກະສຸນໄລຍະໄກໃຫ້ແກ່ຢູເຄຣນ ສຳລັບໃຊ້ກັບລະບົບ HIMARS ເຊິ່ງມີໄລຍະຍິງສູງສຸດ 300 ກິໂລແມັດ ຂຶ້ນໄປ
ຜູ້ນຳລັດເຊຍຍຳອີກວ່າ ຫາກມີລູກສອນໄຟໃຫ້ຢູເຄຣນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page