ຍິງຂີປະນາວຸດຖະຫຼົ່ມ! ຣັດເຊຍຫວນໂຈມຕີຄຽບ ຢູເຄຼນອ້າງວ່າຍືດຄືນຊີວິໂຣໂດເນດໄດ້ເຄິ່ງໜື່ງແລ້ວ.
ຣັດເຊຍຍິງຂີປະນາວຸດໂຈມຕີກຣຸງຄຽບ ຖືເປັນຄັ້ງທໍາອິດໃນຮອບ 1ເດືອນ ແຕ່ເຈົ້າໜ້າທີ່ຢູເຄຼນເຜີຍວ່າການໂຈມຕີຕອບໂຕ້ໃນສະໜາມຮົບຫຼັກທາງຕາເວັນອອກ ສາມາດຍືດຄືນເມືອງຊີວີໂຣເນດໄດ້ແລ້ວເຄິ່ງໜື່ງ ໃນຂະນະປະທານາທິບໍດີ ວະລາດິມີ ປູຕິນ ສົ່ງສຽງເຕືອນສະຫະລັດ ຢ່າຄິດສົ່ງອາວຸດຍິງໄລຍະໄກຊ່ວຍຢູເຄຼນ ບໍ່ດັ່ງນັ້ນຈະເລັ່ງເປົ້າມາຍທີ່ບໍ່ເຄີຍໂຈມຕີມາກ່ອນ.
ກຸ່ມຄັວນສີດໍາສາມາດເບີ່ງເຫັນໄດ້ຈາກລະຍະໄກຫຼາຍກິໂລແມັດ ຫຼັງເຫດໂຈມຕີ 2ເຂດ ເຊີ່ງຕັ້ງຢູ່ບໍລິເວນຊານກຣຸງຄຽບ ຢູເຄຼນເຜີຍວ່າການໂຈມຕີ ໂດຍອູ່ແປງໂບກີ້ລົດໄຟແຫ່ງນື່ງ ສ່ວນມອສໂກລະບຸວ່າພວກເຂົາທໍາລາຍລົດຖັງທີ່ບັນດາປະເທດຢູໂຣບຕະເວັນອອກສົ່ງໄປຊ່ວຍເຫຼືອຢູເຄຼນ.
ຢູເຄຼນລະບຸວ່າ ຮັດເຊຍດໍາເນີນການໂຈມຕີໂດຍໃຊ້ຂີປະນາວຸດຍິງຈາກລະຍະໄກ ເຊິ່ງຍິງຈາກຍົນຖິ້ມລະເບິດໜັກ ໄກສຸດຈາກທະເລແຄສປຽນ ອາວຸດທີ່ມີມູນຄ່າຫຼາຍກວ່າເປົ່າໝາຍລົດຖົງທີ່ຣັດເຊຍອ້າງວ່າຕ້ອງການເລັ່ງເປົ້າໝາຍໂຈມຕີຢ່າງໜັກ.
ການໂຈມຕີອາທິດຜ່ານມາ ຖືເປັນການໂຈມຕີຄັ້ງໃຫຍ່ຫຼິ້ນງານກຣຸງຄຽບຄັ້ງທໍາອິດ ນັບຕັ້ງແຕ່ຊ່ວງທ້າຍເດືອນເມສາ ເຊິ່ງພົບເຫັນຣັດເຊຍມຸ່ງໜ້າປະຕິບັດການທໍາລາຍລ້າງແນວໜ້າທາງພາກຕາເວັນອອກແລະພາກໃຕ້
ແຕ່ກໍມີບາງຄັ້ງທີ່ມອສໂກເລັງເປົ່້າໝາຍຖະຫຼົ່ມບ່ອນອື່ນໆ ໃນສິ່ງທີ່ເອີ້ນວ່າປະຕິບັດການຫຼຸດສັກກະຍາພາບໂຄ້ງສ້າງພື້ນຖານທາງທະຫານຂອງຢູເຄຼນແລະສະກັດການສົ່ງອາວຸດຂອງຕາເວັນຕົກ.