ສະເປນກຽມສົ່ງອາວຸດໜັກໃຫ້ຢູເຄຼນ ເພີ່ມການຕໍ່ຕ້ານລັດເຊຍ
ຣັດທະບານສະເປນ ກຽມສົ່ງອາວຸດຕໍ່ຕ້ານອາກາດຍານ ແລະ ລົດຖັງ ໃຫ້ກັບກອງທັບຢູເຄຼນ ເພື່ອເປັນຫານເພີ່ມຂີຄດຄວາມສາມາດໃນການຕໍ່ຕ້ານການຮຸກຮານຈາກຣັດເຊຍ ໄດ້ຢ່າມີປະສິດທິພາບຫຼາຍຂື້ນ
ນອກຈາກນີ້ສະເປນ ໄດ້ສົ່ງທະຫານຈໍານວນ 500ຄົນ ເຂົ້າໄປຊ່ວຍຝຶກອົບຮົມການໃຊ້ລົດຖັງເພີ່ມເຕີມໃຫ້ກອງທັບຢູເຄຼນ ພາຍໃຕ້ການປະຕິການທາງທະຫານຂອງອົງການສົນທິສັນຍາແອດແລນຕິກເໜືອ ຫຼື “ ນາໂຕ ” ເຊິ່ງຈະເກີດຂື້ນໃນພື້ນທີ່ຂອງປະເທດ ລັດເວຍ
ການເຄື່ອນໄຫວດັ່ງກ່າວເກີດຂື້ນຫຼັງສະເປນກໍາລັງສິ້ນສຸດພາລະກິດສະໜັບສະໜູນ ອາວຸດຕໍ່ຕ້ານອາກາດຍານຊຸດໃຫຍ່ ລວມທັງລູກປືນ ອຸປະກອນປ້ອງກັນສ່ວນບຸກຄົນ ແລະ ອາວຸດເບົາອີກຈໍານວນຫຼາຍໃຫ້ກອງທັບຢູເຄຼນ.
ຂະນະທີ່ຂໍ້ສະເໜີ ທີ່ເພີ່ມຂື້ນຂະນະນີ້ ເກີດຂື້ນຫຼັງຈາກການເຈລະຈາກັນລະຫວ່າງທ່ານລັດຖະມົນຕີື “ ເປໂດຣ ຊານເຊ ” ເດີນທາງໄປກຣຸງຄຽບ ເພື່ອຫາລືກັບປະທານາທິບໍດີ “ ໂວໂລດີມິ ເຊເລນສະກີ”