ຂູ່ມາຂູ່ກັບ! ເກົາຫຼີໃຕ້-ສະຫະລັດຍິງຂີປະນາວຸດຊຸດໃຫ່ຍຕອບໂຕ້ເກົາຫຼີເໜືອ

ຂູ່ມາຂູ່ກັບ! ເກົາຫຼີໃຕ້-ສະຫະລັດຍິງຂີປະນາວຸດຊຸດໃຫ່ຍຕອບໂຕ້ເກົາຫຼີເໜືອ

ກອງທັບເກົາຫຼີໃຕ້ ແລະ ສະຫະລັດ ຍິງຂີປະນາວຸດຊະນິດຈາກພື້ນດິນສູ່ພື້ນດິນ ຈໍານວນ 8ລູກ ໄປຕົກທີ່ນອກຊາຍຝັ່ງຕາເວັນອອກຂອງມະຫາສະໝຸດເກົາຫຼີ ໂດຍເປັນການຕອບໂຕ້ທີ່ເກົາຫຼີເໜືອຍິງທົດສອບຂີປະນາວຸດໄລຍະໄກຕິດຕໍ່ກັນຮອດ 8 ລູກ.

ນັກຂ່າວຂອງເກົາຫຼີໃຕ້ລາຍງານວ່າ ກອງກໍາລັງເກົາຫຼີໃຕ້ແລະສະຫະລັດໄດ້ຍິງຂີປະນາວຸດ 8ລູກຕໍ່ເນື່ອງໃນໄລຍະເວລາ 10ນາທີ ເພື່ອສະແດງໃຫ້ເຫັນເຖິງທ່າແຮງແລະຄວາມພ້ອມ ຂອງກຸ່ມພັນທະມິດໂຊ-ວໍຊິງຕັນ “ ທີ່ຈະລົງມືໂຈມຕີຢ່າງຊັດເຈນ” ຕໍ່ແຫຼ່ງຕົ້ນຕໍຂີປະນາວຸດ ສູນບັນຊາການ ແລະ ໜ່ວຍສະໜັບສະນູນຂອງເກົາຫຼີເໜືອ.

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດເກົາຫຼີໃຕ້ຢືນຢັນວ່າ: ລະບົບຂີປະນາວຸດທາງຍຸດທະວິທີຂອງກອງທັບໄດ້ຍິວຂີປະນາວຸດຈໍານວນ 8ລູກອອກໄປແທ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page