ປາຕິໂທ້! ຕົ້ນໄມ້ທີ່ເກົ່າແກ່ທີ່ສຸດໃນໂລກ ອາຍຸເກືອບ5ພັນປີ
ນັກວິທະຍາສາດໃນຊີລີ່ເຊື່ອວ່າ Patagonian Cypress ບູຮານທີ່ຮູ້ຈັກກັນໃນພາສາສະເປນວ່າ Gran Abuelo ທີ່່ແປວ່າ ປູ່ທວດ ມີອາຍຸຫລາຍກ່ວາ 5000 ປີ ແລະ ມັນອາດເປັນຕົ້ນໄມ້ທີ່ມີອາຍຸຫລາຍທີ່ສຸດໃນໂລກໃບນີ້

Patagonian Cypress ຮູ້ຈັກກັນດີໃນຊື່ອາເມລິກາ ຊື່ຕົນ Alerce ເປັນໄມ້ສົນພື້ນເມືອງທີ່ພົບໄດ້ໃນປະເທດຊີລີ ແລະ ອາເຈນຕີນາ ພວກມັນຢູ່ໃນຕະກູນດຽວກັນກັບຕົ້ນຊີກົວຍາຍັກ ແລະ ຕົ້ນເຣດວູດ ທີ່ໄດ້ຊື່ວ່າ ເປັນຕົ້ນໄມ້ທີ່ໃຫຍ່ໂຕ ແລະ ສູງທີ່ສຸດໃນໂລກ ເຊິ່ງສາມາດສູງໄດ້ເຖິງ 45 ແມັດ

Alerce ເປັນຕົ້ນໄມ້ທີ່ມີອັດຕາການເຕີບໃຫຍ່ທີ່ຊ້າຫລາຍ ແລະ ມີຊີວິດຢູ່ໄດ້ຫລາຍຮ້ອຍ ຫລື ຫລາຍພັນປີ ແຕ່ຕົວຢ່າງທີ່ຫາກໍ່ຖືກຄົ້ນພົບເມື່ອບໍ່ດົນມານີ້ ຖືວ່ານ່າສົນໃຈຫລາຍ ເນື່ອງຈາກມັນມີອາຍຸຫລາຍກ່ວາຕົ້ນAlerce ອື່ນໆ ທີ່ເຄີຍຖືກຄົ້ນພົບມາ

ທີມນັກວິໃຈຂອງຊີລີໄດ້ພົບຕົ້ນ Alerce ຕົ້ນນີ້ໃນອຸດທະານແຫ່ງຊາດAlerce ໂດຍຄາດວ່າມັນນ່າຈະມີອາຍຸປະມານ 5,484 ປີ ເຊິ່ງມີອາຍຸຫລາຍກ່ວາ Mwtthuselah ແຊ້ມເກົ່າເຖິງ600ປີ ຈົນເຮັດໃຫ້ມັນໄດ້ຮັບສາຍາວ່າ Gran Abuelo ຫລືແປວ່າ ປູ່ທວດ

ດັອກເຕີ່ ໂຈນາຮານ ບາຣິຊິວິດ ນັກວິທະຍາສາດຊາວຊີລີຈາກຫ້ອງປະຕິບັດການວິທະຍາສາດພູມອາກາດ ແລະ ສິ່ງແວດລ້ອມໃນກຸງປາຣີດ ໄດ້ເຜີຍແຜ່ຜົນການສຶກສາທີ່ຊີ້ໃຫ້ເຫັນວ່າ Gran Abuelo ເປັນຕົ້ນໄມ້ທີ່ມີອາຍຸຫລາຍທີ່ສຸດໃນໂລກເຂົາໃຊ້ແບບຈຳລອງຄອມພິວເຕີ່ຮ່ວມກັບວິທີການຄຳນວນອາຍຸຂອງຕົ້ນໄມ້ແບບດັ້ງເດີມ ແລະ ພົບວ່າມັນມີອາຍຸເກືອບ 5,500ປີ
ດັອກເຕີ່ ໂຈນາຮານອ້າງວ່າ ປູ່ຂອງເຂົາໄດ້ຄົ້ນພົບ Gran Abuelo ມາຕັ້ງແຕ່ປີ1972ເຂົາເຄີຍມາສະຖານທີ່ນີ້ຕອນເປັນ້ດັກນ້ອຍ ແລະ ຮູ້ສຶກປະທັບໃຈກັບຕົ້ນໄມ້ນີ້ຢູ່ສະເຫມີ
ຈົນຮອດປີ2020ເຂົາມີໂອກາດເດີນທາງໄປອຸດທະຍານແຫ່ງຊາດAlerce Costero ແລະ ໃຊ້ສະຫວ່ານເຈາະເນື້ອໄມ້ເຂົ້າໄປເພື່ອສຳຫລວດໂດຍບໍ່ທຳລາຍຕົ້ນໄມ້ນີ້ ແນວໃດກໍຕາມ ເນື່ອງຈາກຕົ້ນໄມ້ມີເສັ້ນຜ່າໃຈກາງ4ແມັດເຂົາຈຶ່ງບໍ່ສາມາດເຈາະເຂົ້າໄປຮອດແກນກາງຂອງມັນໄດ້ ເຊິ່ງເຮັດໃຫ້ເຂົາບໍ່ສາມາດນັບວົງປີການຈະເລີນເຕີບໂຕຂອງມັນໄດ້ຢ່າງຖືກຕ້ອງ
ດັອກເຕີ່ ໂຈນາຮານກ່າວວ່າ ວິທີການຄຳນວນອາຍຸຕົ້ນໄມ້ໄດ້ນັບວົງປີທັງຫມົດສາມາດເຊື່ອຖືໄດ້ຫລາຍກວ່າ80%ເຊິ່ງບົ່ງບອກໄດ້ວ່າຕົ້ນໄມ້ຕົ້ນນີ້ມີອາຍຸຫລາຍກວ່າ5000ປີແລ້ວ ເຖິງແມ່ນວ່ານັກວິທະຍາສາດບາງສ່ວນຈະຍັງບໍ່ເຊື່ອໃນຄຳກ່າວອ້າງນີ້ແຕ່ຜູ້ຊ່ຽວການຫລາຍຄົນກໍເຊື່ອໃນວິທີການຂອງເຂົາ
ເມື່ອເຖິງຕອນນີ້ Gran Abuelo ຫລື ປູ່ທວດ ຈະຕ້ອງພິສູດດ້ວຍວິທີການນັບວົງປີແບບດັ້ງເດີມຢ່າງເປັນທາງການອີກຄັ້ງ ແລະ ມັນອາດຈະເອົາຊະນະ Methuselahຕົ້ນສົນບິສເທິນໂຄນທີ່ມີອາຍຸ4,853ປີ ທີ່ຢູ່ໃນແຄລິຟໍເນຍໄດ້.