ເດັກໜຸ່ມອາຍຸພຽງ 17ປີ ສ້າງສູນກວດໂຄວິດປອມ ຫຼອກຮັບເງິນຈາກລັດ 200ລ້ານບາດ

ເດັກໜຸ່ມອາຍຸພຽງ 17ປີ ສ້າງສູນກວດໂຄວິດປອມ ຫຼອກຮັບເງິນຈາກລັດ 200ລ້ານບາດ

ເມື່ອບໍ່ດົນມານີ້ ຊາຍຊາວເຢຍລະມັນລາຍຫນຶ່ງຖືກຕັດສິນວ່າມີຄວາມຜິດຫລັງຈາກສ້າງ ສູນກວດຄັດກອງໂຄວິດປອມ ເພື່ອຕວະເອົາເງິນຈາກທາງລັດເປັນຈຳນວນຫລາຍເຖິງ 5.7 ລ້ານຢູໂລ ຫລື 200ລ້ານບາດ

ໃນຊ່ວງການແຜ່ລະບາດຂອງໂຄວິດ-19ໃນເຢຍລະມັນ ຜູ້ໃຫ້ບໍລິການດ້ານສະຖານພະຍາບານເອກກະຊົນສ່ວນໃຫຍ່ລ້ວນໄດ້ຮັບຜົນປະໂຫຍດຢ່າງຫລວງຫລາຍຈາກທາງລັດຖະບານ ແຕ່ບາງຄົນກໍສວຍໂອກາດຈາກເຫດການນີ້ຫາຜົນປະໂຫຍດໄດ້ຢ່າງຫລວງຫລາຍເຊັ່ນດຽວກັນກັບນັກຮຽນຫນຸ່ມຊາວເຢຍລະມັນອາຍຸ17ປີ ທີ່ຄິດໄອເດຍນີ້ຂຶ້ນມາໃນປີ2020 ແລະ ເຂົາສາມາດຫາເງິນໄດ້ຢ່າງຫລວງຫລາຍ ໂດຍທີ່ບໍ່ຕ້ອງເຮັດຫຍັງເລີຍ

ເດັກຊາຍ ອາຍຸ 17 ປີຈາກເມືອງໄຟບວດອ້າງວ່າເຂົາເປັຮຜູ້ດຳເນີນສູນກວດຄັດກອງໂຄວິດແຫ່ງຫນຶ່ງ ທີ່ມີການກວດສອບຈຳນວນຄົນເຖິງ5000ເຄສຕໍ່ວັນ ໂດຍມີການຮຽກຮ້ອງເກັບເງິນຄ່າດຳເນີນການຈາກທາງໂຮງຫມໍທັ້ງໆທີ່ສູນຄັດກອງຂອງເຂົາບໍ່ເຄີຍມີຢູ່

ໃນປີ2020-2021ລັດຖະບານເຢຍລະມັນໄດ້ມອບຫມາຍໃຫ້Kassenartzlichen Vereingung (KV) ສະມາຄົມແພດທີ່ອະນຸມັດໂດຍຫນ່ວຍງານປະກັນສຸຂະພາບຂອງເຢຍລະມັນ ກຳລັງເບິ່ງແຍງການທົດສອບໂຄວິດແລະການເບີກຈ່າຍເງິນໃຫ້ກັບສູນກວດຄັດກອງໂຄວິດຂອງເອກະຊົນຫລາຍແຫ່ງ

ແຕ່ພວກເຂົາບໍ່ເຄີຍເອະໃຈເລີຍວ່າ ສູນຄັດກອງໂຄວິດເດັກຫນຸ່ມຄົນນີ້ບໍ່ມີຢູ່ແທ້ ຕະຫລອດໄລຍະທີ່ນ້ອຍກວ່າ4ເດືອນ ເດັກຫນຸ່ມຮຽກຮ້ອງເກັບເງິນຄ່າກວດສອບໂຄວິດໄປແລ້ວຫລາຍກວ່າ500000ເຄສ ເຖິງວ່າຈຳນວນເງິນດັ່ງກ່າວຈະຫລາຍມະຫາສານພຽງໃດ ແຕ່ທາງສະມາຄົມແພດKVກັບບໍ່ເຄີຍສົງໃສຫຍັງເລີຍ ແລະ ນັ້ນກໍເຮັດໃຫ້ເດັກຫນຸ່ມໄດ້ເງິນໄປນຳນວນຫລວງຫລາຍເຖິງ200ລ້ານບາດ ເຂົ້າບັນຊີທະນາຄານຂອງເຂົາໂດຍທີ່ບໍ່ຕ້ອງເຮັດຫຍັງເລີຍ

ແທ້ຈິງແລ້ວ ລັດຖະບານອາດຖືກໂກງເງິນໄປເລື້ອງໆ ຖ້າບໍ່ເປັນຍ້ອນພະນັກງານທະນາຄານລາຍຫນຶ່ງເກີດສົງໃສວ່າ ເປັນຫຍັງບັນຊີທະນາຄານຂອງນັກຮຽນທຳມະດາ ຈຶ່ງໄດ້ມີເງິນຝາກເພີ່ມຂຶ້ນຫລາຍ ແລະ ຖືກສົງໃສວ່າມັນອາດເປັນການການຟອກເງິນຮູບແບບໃດຮູບແບບຫນຶ່ງ ທາງທະນາຄານຈຶ່ງໄດ້ຕິດຕໍ່ໄປຫາຕຳຫລວດ ແລະ ຫລັງຈາກການສອບສວນຈຶ່ງພົບວ່າເງິນມະຫາສານນີ້ໄດ້ມາໂດຍວິທີການທີ່ຜິດກົດຫມາຍ

ປັດຈຸບັນເດັກຫນຸ່ມອາຍຸໄດ້19ປີ ຫາກໍ່ຖືກສານຕັດສິນວ່າມີຄວາມຜິດແຕ່ໂຊກດີທີ່ເຂົາອາຍຸຍັງບໍ່ຮອດ18ປີໃນຂະນະກໍ່ເຫດຄັ້ງທຳອິດດັ່ງນັ້ນເຂົາຈຶ່ງຖືກພິຈາລະນາຄະດີໃນຖານະເດັກຫນຸ່ມ ເຂົາຖືກຍຶດເງິນທັງຫມົດ ແລະ ຖືກສັ່ງຈ່າຍຄ່າປັບພຽງແຕ່1500ຢູໂລ(5.5ຫມື່ນບາດ) ແລະຖືກຄຸມພຶດຕິກຳເປັນເວລາຫນຶ່ງປີ ກ່ອນທີ່ຈະມີການພິຈາທະນາຄະດີຂອງເຂົາອີກຄັ້ງ ໂດຍອາດມີການກຳນົດບົດລົງໂທດໃຫມ່ອີກດ້ວຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page