5ລໍາດັບ ສັດທີ່ນອນຫຼັບດົນທີ່ສຸດໃນໂລກ.
ການນອນຫຼັບເປັນການພັກຜ່ອນທີ່ຈຳເປັນທີ່ສຸດສຳລັບມະນຸດ ແລະ ສັດບາງຊະນິດ. ແຕ່ສັດບາງຊະນິດບໍ່ຈໍາເປັນຕ້ອງນອນກໍສາມາດດໍາລົງຊີວິດໄດ້ ແຕ່ສໍາລັບສັດບາງຊະນິດສາມາດນອນຫຼັບເປັນເວລາດົນ ເຮົາມາເບິ່ງກັນວ່າສັດຊະນິດໃດທີ່ສາມາດນອນຫຼັບໄດ້ດົນທີ່ສຸດ.
ອັນດັບ 1 ໂຄອາລາ (Koala) ຫຼື ທີ່ຫຼາຍຄົນເອີ້ນວ່າ ໝີໂຄອາລາ. ແຕ່ຕົວຈິງແລ້ວບໍ່ແມ່ນໝີ ເຊິ່ງເປັນສັດລ້ຽງລູກດ້ວຍນົມ ແລະ ມີໃບໜ້າຄ້າຍໆກັບຈິ້ງໂຈ້ ຈະກິນໃບຢູຄາລິບຕັນເປັນອາຫານ ເປັນສັດທີ່ກີນນໍ້າໜ້ອຍທີ່ສຸດ ມີສະໝອງຂະໜາດນ້ອຍ ສາມາດນອນຫຼັບໄດ້ດົນທີ່ສຸດ 22ຊົ່ວໂມງ ເຊິ່ງເປັນສັດທີ່ນອນໄດ້ດົນທີ່ສຸດ.

ອັນດັບ 2 ເຈຍສີນ້ຳຕານ (Brown Bat) ເປັນສັດລ້ຽງລູກດ້ວຍນົມທີ່ມີປີກ ອາໄສຢູ່ເປັນກຸ່ມໃຫຍ່ ແລະມັກອາໄສຢູ່ໃນຖໍ້າທີ່ມີຄວາມຊຸ່ມຊື່ນ ເປັນສັດທີ່ມັກຈໍາສິນເພື່ອເປັນການເກັບພະລັງໄວ້ອອກລ່າເຫຍືື່ອ ບາງປະເທດນິຍົມນໍາມາຮັບປະທານ ເພາະຄິດວ່າປຽບເໝືອນຢາບໍາລຸງ ສາມາດນອນຫຼັບໄດ້ດົນທີ່ສຸດ 19.9ຊົ່ວໂມງ.

ອັນດັບ 3 ຕົວນີ້ມ (Armadillo ) ເປັນສັດລ້ຽງລູກດ້ວຍນົມທີ່ມີເກັດປົກຄຸມຮ່າງກາຍ ມັກມ້ວນຮອບເມື່ອຖືຄຸກຄາມ ເຊິ່ງເປັນສັດທີ່ບໍ່ມີພິດໄພ ແລະ ສາມາດນອນຫຼັບໄດ້ດົນທີ່ສຸດ 18.1ຊົ່ວໂມງ.

ອັນດັບທີ 4 ໂອໂພສໍາ (Opossum), ເປັນສັດຂະຫນາດນ້ອຍທີ່ມີລັກສະນະຄ້າຍຄືຫນູ ສາມາດກິນໄດ້ທຸກຢ່າງ ທັງພືດ ແລະ ສັດ ຍັງສາມາດຂະຫຍາຍພັນໄດ້ໄວ ເຊິ່ງຈະອອກຫາກິນໃນເວລາກາງຄືນ ມີຄວາມສາມາດແກ້ງຕາຍໄດ້ດ້ວຍການນອນຫຼັບ ພ້ອມອາປາກ ແລະ ນອນຫຼັບໄດ້ດົນທີ່ສຸດ 18ຊົ່ວໂມງ.

ອັນດັບທີ 5 ງູເຫຼືອມ ( python ) ເປັນສັດເລືອດເຢັນ ບໍ່ມີພິດ ຄວາມຍາວສະເລ່ຍປະມານ 1-3 ແມັດ ງູຫຼາມຈະມີນິໃສບໍ່ດຸຮ້າຍ ເລືອຊ້າ ອອກລ່າອາຫານມັນຈະຢູ່ໃກ້ໆ ບໍລິເວນບ່ອນຂອງມັນ ສາມາດນອນຫຼັບໄດ້ດົນທີ່ສຸດ 18ຊົ່ວໂມງ.
