ເຈົ້າໜ້າທີ່ລະດັບສູງສະຫະລັດເຕືອນຢູເຄຼນບໍ່ອາດຈະເອົາຊະນະຣັດເຊຍໄດ້.
ຢູເຄຼນບໍ່ສາມາດເອົາຊະນະຣັດເຊຍໄດ້ ແລະ ສະຫະລັດ ຕ້ອງຊັກຊວນຄຽບໃຫ້ຍອມເຈລະຈາກັບມອສໂກ ເພື່ອຍຸຕິຄວາມຂັດແຍ້ງ ຈາກຄວາມເຫັນຂອງ ຮິວ ເດິ ຊານຕິ ຜູ້ຄວບຄຸມງານດ້ານນາໂຕ້ ແລະ ວາງແຜນນະໂຍບາຍຄວບຄຸມອາວຸດໃນສະໄໝລັດຖະບານຂອງອະດີດປະທານາທິບໍດີໂລນັນ ເລແກນ ຂອງ ສະຫະລັດ.
ເດິ ຊານຕິ ໄດ້ລະບຸວ່າ ການເອົາຊະນະກອງກໍາລັງຣັດເຊຍໃນສະໜາມຮົບແລະ ການກອບກູ້ບູຮານນະພາບດິນແດນຂອງຢູເຄຼນ ໃນນັ້ນລວມເຖິງທວງຄືນໄຄເມຍ “ ຖືເປັນການລົງໂທດຢ່າງຖຶກຕ້ອງຕໍ່ການຮຸກຮານທີ່ປາສະຈາກການຍຸແຍ່ຂອງຣັດເຊຍ”
ແນວໃດກໍຕາມ ມັນມີຄ່າຕໍ່ເຫດນອງເລືອດຍິງຂື້ນໃນຢູເຄຼນຫຼືບໍ? ເຊັນດຽວກັບຄວາມເປັນໄປໄດ້ທີ່ສົງຄາມຈະຂະຫຍາຍວົງກວ້່າງຂື້ນ ອາດມີການໃຊ້ຶອາວຸດເຄມີຫຼືອາວຸດນິວເຄຍທາງເທັກນິກ ກໍ່ຄວາມວຸ້ນວາຍໃຫ້ແກ່ເສດຖະກິດໂລກຍິ່ງຂື້ນໄປອີກ ແລະ ສຸດໃຫ້ຢູໂຣບຫວນຄືນສູ່ການແບ່ງຂົ້ວ”
ອະດີດເຈົ້າໜ້າທີ່ກະຊວງປ້ອງກັນປະເທດໄດ້ລະບຸວ່າ
“ ໄຊຊະນະຂອງທະຫານຢູເຄຼນ ເບີ່ງຄືຈະເປັນໄປບໍ່ໄດ້ ແລະ ຜົນລັບການເຈລະຈາຄືເປົ້າໝາຍໃນຄວາມເປັນຈິງພຽງໜື່ງດຽວ”
ດ້ວຍເຫດນີ້ສະຫະລັດ ແລະ ພັນທະມິດຕ້ອງຊັກຊວນຄຽບໃຫ້ຫາທາງຈົບສົງຄາມນີ້ ໃນນັ້ນລວມເຖິງໃຊ້ການຈໍາກັດຄວາມຊ່ວຍເຫືອທາງທະການເພີ່ມເຕີມ ເປັນເຄື່ອງມື”