ທູດສະຫະລັດວອນຣັດເຊຍຢ່າສັ່ງປິດສະຖານທູດເຖິງແມ່ນວ່າຄວາມສຳພັນສິແຕກກໍ່ຕາມ.

ທູດສະຫະລັດວອນຣັດເຊຍຢ່າສັ່ງປິດສະຖານທູດເຖິງແມ່ນວ່າຄວາມສຳພັນສິແຕກກໍ່ຕາມ.

ຈອນເຈ ຊັນລິແວນ ເອກອັກຄະລັດສະທູດສະຫະລັດ ປະຈໍາກຣຸງມອສໂກ ຮຽກຮ້ອງລັດຖະບານຣັດເຊຍຢ່າໄດ້ສັ່ງປິດສະຖານທູດສະຫະລັດເປັນອັນຂາດ ເຖິງແມ່ນວ່າວິກິດການໃນຢູເຄຼນຈະເຮັດໃຫ້ຄວາມສໍາພັນບໍ່ຄ່ອຍດີກໍຕາມ ພ້ອມຢໍ້າວ່າ 2ຊາດມະຫາອໍານາດນິວເຄຼຍລາຍໃຫຍ່ທີ່ສຸດຂອງໂລກຍັງຈໍາເປັນຕ້ອງເວົ້າກັນ

ປະທານາທິບໍດີ ວະລາດິມີ ປູຕິນ ເວົ້າເຖິງການຈສົ່ງທະຫານຮຸກຮາກຢູເຄຼນວ່າເປັນ “ ຈຸດປ່ຽນ” ໃນປະວັດສາດຣັດເຊຍ ແລະ ເປັນການປະຕິບັດຕໍ່ຕ້ານການຄອງຄວາມເປັນໃຫຍ່ ຂອງສະຫະລັດອາເມຣິກາ ເຊິ່ງຜູ້ນໍາຢູເຄຼມລິນບອກວ່າໃຊ້ອິກທິພົນຂົ່ມເຫງຣັດເຊຍມາຕະຫຼອດຕັ້ງແຕ່ສະຫະພາບໂຊຫວຽດຫຼົ່ມສະຫຼາຍ.

ຝ່າຍຢູເຄຼນແລະບັນດາລັດຕາເວັນຕົກທີ່ໃຫ້ການສະໜັບສະໜູນອ້າງວ່າ ນີ້ແມ່ນການຕໍ່ສູ້ເພື່ອໃຫ້ຢູເຄຼນລອດພົ້ນຈາກແຜນຍືດດີນແດນນັກລ່າອານານິຄົມເຊິ່ງໄດ້ຂ້າຊີວິດຜູ້ບໍລິສຸດໄປແລ້ວນັບພັນຄົນ ເຮັດໃຫ້ຢູເຄຼນອີກກວ່າ 10ລ້ານຕ້ອງພັດຖິ່່ນຖານ ແລະ ເຮັດໃຫ້ເມືອງຕ່າງໆ ຂອງຢູເຄຼນກາຍເປັນທີ່ດີນຮົກຮ້າງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page