ອ່ານເລີຍ 4 ວິທີສ້າງເງິນ ໃຫ້ງອກເງີຍ ແບບບໍ່ຕ້ອງເຮັດວຽກຮັບຈ້າງເສີມ
1. “ເກັບອອມເງິນໄວ້ມື້ລະ 20 ພັນກີບ” ເທັກນິກນີ້ເປັນເທັກນິກທີ່ຫລາຍຄົນໃຊ້ ເພາະເງິນ 20 ພັນກີບ ຖືວ່າເປັນເງິນມູນຄ່າກາງໆ ບໍ່ຮູ້ສຶກວ່າຫລາຍເກີນໄປຈົນຕ້ອງອົດຫລາຍກ່ອນອີ່ມ ແຕ່ກໍເປັນເງິນຈຳນວນຫລາຍພໍທີ່ຈະເປັນກ້ອນເງິນສຸກເສີນໄດ້ ຖ້າເຮົາສາມາດເກັບອອມໄດ້ທຸກມື້ໃນ 1 ເດືອນ
ກໍໄດ້ເງິນ 20.000 x 30 = 600.000 ກີບແລ້ວ 1 ປີຜ່ານໄປກໍໄດ້ 219.000.000 ກີບແລ້ວ.
2. “ຢ່າດູຖູກເງິນຫນ້ອຍ” ນອກເຫນືອຈາການຫັກເງິນ 25.000 ກີບເຂົ້າກະປຸກສ່ວນຕົວ ເງິນທີ່ເປັນເສດເງິນ ຫລືວ່າ ເງິນຫນ້ອຍເຫລືອຈາກການໃຊ້ຈ່າຍແຕ່ລະມື້ກໍຢ່າດູຖູກມັນຄວນເກັບອອມໄວ້ ຍິ່ງເຮົາສະສົມໄດ້ໃນແຕ່ລະວັນ ມັນກໍອາດເປັນເງິນຈຳນວນຫລາຍໄດ້ຄືກັນເດີ້.
3. “ເລືອກເປີດບັນຊີທີ່ມີ ດອກເບ້ຍສູງ” ແນວໃດ ກໍເກັບເງິນເປັນປະຈຳສະຫມໍ່າສະເຫມີແລ້ວ ກໍເຮັດໃຫ້ມັນງອກເງີຍເປັນຮູບຮ່າງດ້ວຍການກິນດອກເບ້ຍໃນທະນາຄານໄປດ້ວຍເລີຍ
ລອງຖ້າຈະໃຫ້ດີ ລອງຊອກຫາບັນຊີປະເພດຝາກປະຈຳແຕ່ໄດ້ດອກເບ້ຍສູງ (ລອງຫາຂໍ້ມູນໃນອິນເຕີເນັດ ປຽບທຽບແຕ່ລະກີບກ່ອນຕັດສິນໃຈ).
4. “ຫາກເກັບເງິນຮອດຫລັກລ້ານ(ຢ່າງນ້ອຍ 10.000.000 ກີບ) ຊື້ທອງເກັບໄວ້” ທອງຄຳຖືວ່າເປັນສິນຊັບຢ່າງຫນຶ່ງທີ່ມີແນວໂນ້ມວ່າ ຍິ່ງເກັບໄວ້ດົນລາຄາຍິ່ງງອກເງີຍ ເກັບໄວ້ຕອນນີ້ 10 ປີຕໍ່ໄປອາດເພີ່ມເປັນຫລາຍເທົ່າຕົວກໍໄດ້.