ສະຫະລັດ-ເກົາຫຼີໃຕ້ ໂຊກໍາລັງປະກອບອາວຸດກາງເວຫາຂົ່ມຂັວນຄິມຈອງອືນ.
ຈາກການລາຍງານ ກອງທັບສະຫະລັດອາເມຣິກາ ແລະ ເກົາຫຼີໃຕ້ຮ່ວມບິນສະແດງໂຊກໍາລັງປະກອບອາວຸດດ້ວຍເຄື່ອງບິນຂັບໄລ່ ລວມ 20ລໍາ ເໜືອນ່ານຟ້າ ທາງຕາເວັນຕົກຂອງເກົາຫຼີໃຕ້ ໃນສະຖານະການຕືງຄຽດໃນມະຫາສະໝຸດກັບເກົາຫຼີເໜືອທີ່ກຽມທົດສອບລະເບິດນິວເຄຍ.

ການເຄື່ອນໄຫວດັ່ງກ່າວເກີດຂື້ນຫຼັງທາງການສະຫະລັດ ເຕືອນເກົາຫຼີເໜືອວ່າຈະຕ້ອງປະເຊີນໜ້າກັບມາດຕະການຕອບໂຕ້ທີ່ຮຸນແຮງຫາກທົດສອບລະເບິດນິວເຄຼຍເປັນຄັ້ງທີ 5 ເຖິງແມ່ນວ່າຄະນະມົນຕີຄວາມໝັ່ນຄົງແຫ່ງສະຫະປະຊາຊາດ (UNSC) ປະສົບຄວາມລົ້ມເຫຼວເປັນຄັ້ງທໍາອິດ
ໃນການຍົກລະດັບການລງໂທດເກົາຫຼີເໜືອຄະນະເສນາທິການຮ່ວມເກົາຫຼີໃຕ້ ລະບຸວ່າ ການບິນສະແດງອິດພິພົນທີ່ເກີດຂື້ນນັ້ນມີເຄື່ອງບິນຂອງເກົາຫຼີໃຕ້ຮ່ວມ 16ລໍາໂດຍວັດຖຸປະສົງຄືສະແດງຄວາມພ້ອມໃນການຮັບມື ກັບການຍຸແຍ່ຂອງເກົາຫຼີເໜືອຢ່າງວ່ອງໄວ.