5 ປະເທດທີ່ໃຫຍ່ທີ່ສຸດໃນໂລກມີພື້ນທີ່ຫຼາຍສຸດ.

5 ປະເທດທີ່ໃຫຍ່ທີ່ສຸດໃນໂລກມີພື້ນທີ່ຫຼາຍສຸດ.

ທຸກຄົນຮູ້ແລ້ວບໍ? ໃນໂລກນີ້ປະເທດໃດທີ່ເປັນປະເທດທີ່ໃຫຍ່ທີ່ສຸດໃນໂລກ ມີພື້ນທີ່ກວ້າງໃຫຍ່ມະຫາສານ ອາດຈະມີໃຜຫຼາຍຄົນທີ່ຍັງບໍ່ຮູ້ມາກ່ອນ ໂດຍຄວາມເປັນມາຂອງຂະໜາດພື້ນທີ່ນັ້ນ ເກີດຈາກປາກົການທໍາມະຊາດ ແລະ ຝີມືຂອງມະນຸດທີ່ເກີດການຍາດແຍ່ງພື້ນທີ່ຊັບພະຍາກອນ ໄປເບີ່ງກັນເລີຍວ່າມີປະເທດໃດທີ່ຕິດອັນດັບພື້ນທີ່ໃຫຍ່ທີ່ສຸດໃນໂລກ.

ອັນດັບທີ 1 ຣັດເຊຍ:ເຊິ່ງເປັນປະເທດທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ ມີເນື້ອທີ່ 17.1ລ້ານຕາລາງກິໂລແມັດ ມີພົມແດນຕິດກັບ 14ປະເທດ ບໍ່ມີສະພາບອາກາດເຂດຮ້ອນ

ອັນດັບ 2 ແຄນາດາ: ມີເນື້ອທີ່ທັງໝົດ 9.984ລ້ານຕາລາງກິໂລແມັດ ເປັນປະເທດທີ່ໃຫຍ່ທີ່ສຸດໃນພາກຕາເວັນຕົກແລະມີຊາຍຝັ່ງທີ່ຍາວກວ່າປະເທດອື່ນ ແລະ ມີສະພາບອາກາດໜາວເຢັນທີ່ສຸດ

ອັນດັບ 3 ສະຫະລັດອາເມຣິກາ: ມີເນື້ອທີ່ທັງໝົດ 9.63ລ້ານຕາລາງກິໂລແມັດ ປະກອບໄປດ້ວຍພູມສັນຖາມແລະສັດປ່າທີ່ຫຼາກຫຼາຍ ມີພົມແດນທາງໃຕ້ຕິດກັບປະເທດແມັກຊີິໂກ ສ່ວທາງເໜືອຕິດກັບແຄນາດາ

ອັນດັບ 4 ປະເທດຈີນ: ມີເນື້ອທີ່ທັງໝົດ 9.6ລ້ານຕາລາງກິໂລແມັດ ມີພົມແດນຕິດກັບປະເທດອື່ນລວມ 14ປະເທດ ເປັນປະເທດທີ່ມີຂະໜາດໃຫຍ່ທີ່ສຸດໃນທະວີບເອເຊຍ.

ອັນດັບ 5 ບຣາຊິວ: ເປັນປະເທດທີ່ໃຫຍ່ທີ່ສຸດໃນອາເມຣິກາໃຕ້ ມີເນື້ອທີ່ທັງໝົດ 8.51ລ້ານຕາລາງກິໂລແມັດ ເປັນທີຕັ້ງຂອງປ່າດົງດິບ(ອາເມຊອນ)ທີ່ໃຫຍ່ທີ່ສຸດໃນໂລກ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page