ອັງກິດຈະສົ່ງລູກສອນໄຟຍິງໄລຍະ ໄກຊ່ວຍຢູເຄຣນຕ້ານກັບ “ປືນໃຫຍ່ ທີ່ຮ້າຍກາດຂອງຣັດເຊຍ”
ອັງກິດໄດ້ປະກາດວ່າຕົນຈະສົ່ງລູກສອນໄຟໄລຍະໄກທີ່ບໍ່ບອກ ເຖິງຈຳນວນໃຫ້ແກ່ຢູເຄຣນ ຫລັງຈາກການຕັດສິນໃຈຂອງສະຫະລັດອາທິດແລ້ວນີ້ ທີ່ຈະສົ່ງອາວຸດຄ້າຍຄືກັນນັ້ນໄປໃຫ້ປະເທດດັ່ງກ່າວ. ທະຫານຢູ່ເຄຣນຈະໄດ້ ຮັບການເຝິກແອບເພື່ອໃຊ້ລະບົບດັ່ງກ່າວຢູ່ໃນອັງກິດໃນບໍ່ເທົ່າໃດອາທິດຈະມາເຖິງນີ້.
ຢູເຄຣນໄດ້ຂໍຮ້ອງປະເທດຕາເວັນຕົກຊ້ຳແລ້ວຊ້ຳອີກ ໃຫ້ສະໜອງອາວຸດທີ່ຍິງໄດ້ ໄລຍະໄກ ໃນຂະນະທີ່ຕົນປະເຊີນໜ້າກັບການຖະລົ່ມຢ່າງບໍ່ລົດລະດ້ວຍປືນໃຫຍ່ຂອງຣັດເຊຍ ຢູ່ທາງພາກຕາເວັນອອກຂອງຂົງເຂດດອນບາສ.
ທ່ານເບັນ ວາລເລັສ (Ben Wallace), ລັດຖະມົນຕີກະຊວງປ້ອງກັນປະເທດອັງກິດກ່າວຢູ່ໃນຖະແຫລງການສະບັບໜຶ່ງວ່າ: “ອັງກິດຢືນຢູ່ຄຽງຂ້າງກັບ ຢູເຄຣນ ໃນການຕໍ່ສູ້ນີ້ ແລະມີບົດບາດນຳພາໃນການສະໜອງອາວຸດທີ່ສຳຄັນໃຫ້ແກ່ກຳລັງທະຫານທີ່ກ້າເກັ່ງຂອງປະເທດ ທີ່ເຂົາເຈົ້າມີຄວາມຕ້ອງການ ເພື່ອປ້ອງກັນປະເທດຂອງເຂົາເຈົ້າບໍ່ໃຫ້ຖືກບຸກລຸກ.”
ທ່ານວາລເລັສ ກ່າວເພີ່ມອີກວ່າ “ຍ້ອນວ່າພິກໄຫວຂອງຣັດເຊຍປ່ຽນໄປ ສະນັ້ນການສະໜັບສະໜູນຂອງພວກເຮົາຕໍ່ຢູ່ເຄຣນກໍຕ້ອງປ່ຽນໄປຄືກັນ. ບັນດາລະບົບ ຈະຫຼວດທີ່ມີສະມັດຕະພາບສູງເຫຼົ່ານີ້ ຈະຊ່ວຍຢູເຄຣນໃນການປ້ອງກັນໃຫ້ດີຂຶ້ນບໍ່ໃຫ້ຖືກການໃຊ້ປືນໃຫຍ່ໄລຍະໄກຍິງໃສ່ ຊຶ່ງກຳລັງທະຫານຂອງປູຕິນໄດ້ໃຊ້ຍິງໃສ່ໂດຍບໍ່ເລືອກໜ້າໃນການທຳລາຍເມືອງຕ່າງໆໃຫ້ລາບຄາບ.”