ເຖິງຂັ້ນຍອມສັດຕູ! ສະຫະລັດ ອາດຈະໃຫ້ນໍ້າມັນອີຣ່ານສູ່ຕະຫຼາດໂລກ ສະກັດລາຄາເຊື້ອເພິງທີ່ພຸ່ງສູງໃນປະເທດ

ເຖິງຂັ້ນຍອມສັດຕູ! ສະຫະລັດ ອາດຈະໃຫ້ນໍ້າມັນອີຣ່ານສູ່ຕະຫຼາດໂລກ ສະກັດລາຄາເຊື້ອເພິງທີ່ພຸ່ງສູງໃນປະເທດ.

ປະທານາທິບໍດີໂຈໄບເດັນ ອາດເປີດທາງກະແສນໍ້າມັນໃຫ້ອີຣ່ານທີ່ຖຶກຂວ້ຳບາດໄຫຼເຂົ້າສູ່ຕະຫຼາດໂລກ ໃນຄວາມພະຍາຍາມຄວບຄຸມລາຄາເຊື້ອເພິງໃນປະເທດບໍ່ໃຫ້ພຸ່ງສູງຫຼາຍກວ່ານີ້ ກ່ອນຮອດສຶກເລືອກຕັ້ງກາງສະໄໝໃນສະຫະລັດໃນຊ່ວງທ້າຍເດືອນຈາກຄໍາກ່າວອ້າງຂອງພໍ່ຄ້ານໍ້່າມັນດິບອິດສະລະລາຍໃຫຍ່ແຫ່ງນໜື່ງ.

ໄມ ມຸເລີ ເຊິ່ງຫົວໜ້າບໍລິສັດການຄ້າພະລັງງານ ແລະ ສິນຄ້າຜະລິດຕະພັນ ໃຫ້ສໍາພາດວ່າ ກຸ່ມທີ່ປຶກສາທາງຍຸດທະສາດຊັ້ນນໍາໃນຕາເວັນອອກກາງ ແລະ ມີສໍານັກງານໃຫຍ່ໃນດູໄບ ໂດຍມຸ່ງເນັ້ນດ້ານອຸດສາຫະກໍາພະລັງງານລະຫວ່າງປະເທດແລະຊັບພະຍາກອນທໍາມະຊາດ.

“ ຖ້ານການເລືອກຕັ້ງກາງສະໄໝຖຶກຄອບງໍາໂດຍປະເດັນຄວາມຕ້ອງການໃຫ້ລາຄາພະລັງງານຫຼຸດຕໍ່າລົງໃນອາເມຣິກາ ບາງສິ່ງທີ່ຄາດໝາຍວ່າອາດຈະໄດ້ເຫັນກໍຄື ການແກ້ງເຮັດເປັນບໍ່ຮູ້ບໍ່ເຫັນກ່ຽວກັບກະແສນໍ້າມັນທີ່ຖຶກຂວ້ຳບາດ” ມຸເລີໄດ້ກ່າວ.

ເຊີ່ງປະຈຸບັນອີຣ່ານສົ່ງອອກນໍ້າມັນດິບເປັນສ່ວນໃຫຍ່ຂອງພວກເຂົາໄປຍັງຈີນ ແລະ ເພື່ອຫຼີກຫຼ້ຽງມາດຕະການຂວ້ຳບາດນໍ້າມັນດິບຂອງອີຣ່ານທີ່ຖຶກສົ່ງອອກໄປຍັງຈີນນັ້ນ ຈະຖຶກລະບຸວ່າເປັນນໍ້າມັນຈາກໂອມານ ສະຫະລັດອາຫຼັບເມິເຣດແລະມາເລເຊຍ

Leave a Reply

Your email address will not be published. Required fields are marked *

You cannot copy content of this page