5 ປະເທດທີ່ນ່າໄປທ່ຽວທີ່ສຸດໃນໂລກ ປະຈຳປີ2022.
1. ຫມູ່ເກາະຄຸກ Cook Islands
ປະເທດຫມູ່ເກາະທີ່ຕັ້ງຢູ່ໃນມະຫາສະຫມຸດປາຊີຟິກຕອນໃຕ້ ປະກອບໄປດ້ວຍເກາະນ້ອຍໃຫຍ່ຈຳນວນ 15 ເກາະ ມີລາຍໄດ້ຫລັກມາຈາກການທ່ອງທ່ຽວ ໂດຍທີ່ຍັງຄົງຄວາມເປັນທຳມະຊາດຫລາຍ ມີວັດທະນະທຳພື້ນເມືອງທີ່ເຂັ້ມແຂງ ແຕ່ໃນຂະນະດຽວກັນກໍມີຄວາມທັນສະະໄຫມ ແລະ ທ່ຽວໄດ້ຢ່າງສະດວກສະບາຍ

2. ນໍເວ Norway
ນໍເວ ປະເທດໃນກຸ່ມນໍຄິກ ດິນແດນແຫ່ງການລ່າແສງເຫນືອທີ່ໂດ່ງດັງທີ່ສຸດແຫ່ງຫນຶ່ງຂອງໂລກ ໂດຍສະເພາະລະດູຫນາວທີ່ຫິມະຈະຕົກລົງມາປົກຄຸມບ້ານເມືອງສີສັນສົດໃສຕາມເນີນເຂົາ ເບິ່ງແລ້ວກໍຄືໂລກແຫ່ງເທບນິຍາຍ

3. ມໍຣິເຊຍສ Mauritius
ມໍຣເຊຍສ ປະເທດທີ່ເປັນເກາະນອກຊາຝັ່ງຂຶງອາຟິຣກາໃນມະຫາສະຫມຸດອິນເດຍຕາເວັນຕົກສຽງໃຕ້ ມີສະຖານທີ່ທ່ອງທ່ຽວທີ່ສວຍງາມຫລາຍແຫ່ງ ມີແນວປະກາລັງທີ່ອຸດົມສົມບູນ ແລະ ສັດທະເລນາໆຊະນິດຢູ່ເປັນຈຳນວນຫລາຍ

4. ເບລິບ Belize
ເບລິບ ມີຂະຫນາດນ້ອຍ ຕັ້ງຢູ່ທາງຝັ່ງຕາເວັນອອກຂອງອາເມຣິກາກາງ ຣິມທະເລແຄຣິ້ບບ່ຽນ ເນື່ອງຈາກສະຖານທີ່ນີ້ເຄີຍຖືກຄອບຄອງອາດຍາກຳມາຍາ ຈຶ່ງເຮັດໃຫ້ມີແຫລ່ງໂບຮານຄະດີຈຳນວນຫລາຍກະຈາຍຢູ່ທົ່ວປະເທດ ແລະ ຍັງມີແນວປະກາລັງ ເບລິບແບຣິເອີຣິບ ເປັນປະກາລັງທີ່ໃຫຍ່ເປັນອັນດັບ 2 ຂອງໂລກຮອງຈາກອັອສເຕເລຍ ແລະ ມີປະກາລັງຫລາຍກວ່າ 100 ຊະນິດ ແລະ ປາເຂດຮ້ອນປະມານ 500 ສາຍພັນ ຈຶ່ງເປັນສະຫວັນອັນບໍລິສຸດສຳລັບນັກດຳນໍ້າເລິກ ແລະ ນັກດຳນໍ້າຕື້ນ

5. ສະໂລວີເນຍ Slovenia
ສະໂລວີເນຍ ເປັນສະຫວັນເທິງດິນທີ່ມີຍອດເຂົາທີ່ປົກຄຸມດ້ວຍຫິມະ ວັດທະນະທຳແບບຊົນນະບົດທີ່ມີສະເຫນ່ ແລະ ກິດຈະກຳກາງແຈ້ງຫລາກຫລາຍ ທັງຂີ່ມ້າ ຂຶ້ນບອນລູນ ແລະ ລ່ອງແກ່ງ ພື້ນທີ່ຫລາຍກວ່າເຄິ່ງປະເທດຍັງປົກຄຸມໄປດ້ວຍປ່າ ສະໂລວີເນຍຍັງໄດ້ຊື່ວ່າເປັນຫນຶ່ງໃນປະເທດທີ່ເປັນມິດຕໍ່ກັບສິ່ງແວດລ້ອມທີ່ສຸດໃນໂລກອີກດ້ວຍ.
