5 ພຶດຕິກໍາ ຍິ່ງເຮັດຍິ່ງຍາກຈົນ ຖ້າຍັງເຮັດຢູ່ ອີກບໍ່ດົນລໍາບາກແນ່ນອນ

5 ພຶດຕິກໍາ ຍິ່ງເຮັດຍິ່ງຍາກຈົນ ຖ້າຍັງເຮັດຢູ່ ອີກບໍ່ດົນລໍາບາກແນ່ນອນ

ຕື່່້ນແຕ່ເຊົ້າ…ຕັ້ງໃຈເຮັດວຽກຫາເງີນ ແຕ່ເປັນຫຍັງບໍ່ລວຍຈັກເທື່ອ. ບາງທີຕອນນີ້ທຸກຄົນອາດຈະກໍາລັງມີພຶດຕິກໍາທີ່ນໍາໄປສູ່ຄວາມຍາກຈົນແບບບໍ່ຮູ້ຕົວ

1.ຖ້າແຕ່ດວງແລະໂອກາດ : ຫຼາຍຄົນບໍ່ປະສົບຜົນສໍາເລັດ ນິຍົມເຮັດຄືມັກຈະຖ້າໃຫ້ໂອກາດມາຫາຕົນເອງບໍ່ຍ່າງໄປຫາມັນໃຜບອກຍັງກໍໄປ ເຊື່ອຈົນຕ້ອງເອີ້ນວ່າງົມງາຍ ແບບນີ້ຈື່ງບໍ່ຮູ້ຈັກຄໍາວ່າລວຍແທ້ໆຫຼືມີການພັດທະນາຫຼາຍຂື້ນເຮັດໃຫ້ເຮົາກາຍເປັນຄົນເພີຝັນເພາະເພາະພຽງແຕ່ຄິດແຕ່ບໍ່ເຮັດຕາມ.

2.ຄິດໄດ້ແຕ່ເລື່ອງການໃຊ້ເງີນ: ຄົນພວກນນີ້ຈະຄິດພຽງແຕ່ຫາເງີນໃຊ້ຢ່າງດຽວ ແຕ່ຈະບໍ່ຄິດເລື່ອງການໃຫ້ຜູ້ອື່ນເພາະເຂົາຄິດແຕ່ນໍາເງີນລາຍໄດ້ທີ່ຫາມາໄດ້ເພື່ອເປຕົນເອງ.

3.ເລື່ອງການພະນັນເພື່ອຄວາມລວຍ
ບໍ່ມີຫົນທາງ ບໍ່ມີຄວາມສາມາດ ຈື່ງຄິດໄປວ່າທາງດຽວທີ່ຈະເຮັດໃຫ້ຕົນເອງມີຖານະທີ່ດີຂື້ນໃນເວລາທີ່ວ່ອງໄວນັ້ນ ຄືຫຼິ້ນການພະນັນການສ່ຽງດວງຫວັງວ່າຖ້າຕົນເອງໂຊກດີກໍຈະສາມາດລວຍຂື້ນເຊິ່ງຄວາມຈິງແລ້ວນັ້ນບໍ່ເປັນຢ່າງທີ່ຄິດ ນັ້ນເພາະການພະນັນນອກຈາກເຮັດໃຫ້ເສຍເງີນຍັງກໍ່ໃຫ້ເກີດນິໄສທີ່ຂີ້ຄ້ານກັບຕົນເອງອີກດ້ວຍ.

4.ການລົງທືນທີ່ບໍ່ມີຄວາມຮູ້ຫຍັງເລີຍ
ລົງທືນໃນທຸລະກິດ ຕາມກະແສ ໂດຍບໍມີການສຶກສາຂໍ້ມູນ ຜົນທີ່ຕາມມາຄ້ືບໍ່ປະສົບຄວາມສໍາເລັດ ການທີ່ຈະຕັດສິນໃຈລົງທືນອັນໃດຄວນສຶກສາຫາຄວາມຮູ້ໃຫ້ດີກ່ອນ.

5. ມັກເຮັດໜ້າໃຫຍ່ໃຈໂຕ
ມີຄວາມຄິດ ເອົາເອງວ່າ ເມື່ອເປັນຄົນລວຍເຮົາສາມາດໃຊ້ຈ່າຍລ້ຽງໃຜກໍໄດ້ເຮັດໃຫ້ມີຄົນຢາກລວຍສ່ວນໜື່ງປະຕິບັດຕົວດ້ວຍການໃຊ້ເງີນຢ່່າງຝຸ້ມເຟືອຍໄປກັບສິ່ງທີ່ບໍ່ເປັນປະໂຫຍດຫຼາຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page