ເກີດອຸບັດຕິເຫດລົດໄຟຕົກລາງໃນປະເທດອິຣ່ານ ເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ
ເຫດການດັ່ງກ່າວນີ້ເກີດຂື້ນໃນວັນທີ 8 ມິຖຸນາ 2022 ລົດໄຟຂະບວນດັ່ງກ່າວໝາຍເລກ 681 ທີ່ເດີ່ນທາງອອກຈາກເມືອງ Mashhad ໄປຫາ Yazd ມີຜູ້ໂດຍສານທັງໝົດ 348 ຄົນໄດ້ເກີດອຸບັດຕິເຫດແບບບໍ່ຄາດຄິດລົດໄຟຕົກລາງໃນເວລາປະມານ 19:20 ໂມງ

ຂອງ ວັນທີ 8 ມິຖຸນາ 2022 ໃກ້ກັບເມືອງ ທາບາສ ທາງຕາເວັນອອກຂອງປະເທດອິຣ່ານ ເຊີ່ງມີລາຍງານເບື່ອງຕົ້ນຈາກສື່ທ້ອງຖິ່ນວ່າມີຜູ້ເສຍຊີວິດ 17 ຄົນ ແລະ ບາດເຈັບ 50 ຄົນ

ສ່ວນສາເຫດທີ່ລົດໄຟຕົກລາງນັ້ນຍັງບໍ່ຮູ້ສາເຫດ ແລະ ຢູ່ນັ້ນຂັ້ນຕອນສືບສວນຕໍ່ໄປ

….
