ຜູ້ນຳສີລັງກາ ຮຽກຮ້ອງໃຫ້ປະຊາຊົນປະຢັດພະລັງງານຫລາຍຂຶ້ນ
ຂປລ.ສຳນັກຂ່າວ ຊິນຮວາ,ທ່ານ ຣານີລ ວິກຣາມາສິງຫະ(Ranil Wikramasingha),ນາຍົກ ລັດຖະມົນຕີ ສີລັງກາ ຖະແຫລງວ່າ: ສີລັງກາ ຈະຜະເຊີນກັບ ຄວາມຫຍຸ້ງຍາກ ໃນ3ອາທິດ ຕໍ່ໜ້າ ຍ້ອນວິກິດການ ເສດຖະກິດ ຮ້າຍແຮງ
ດັ່ງນັ້ນ ຈຶ່ງຮຽກຮ້ອງ ໃຫ້ປະຊາຊົນ ນຳໃຊ້ ນ້ຳມັນ ເຊື້ອໄຟ ແລະ ອາຍແກັສ ຢ່າງປະຢັດ ດ້ວຍການ ຈຳກັດ ການເດີນທາງ ຖ້າບໍ່ຈຳເປັນ,ຫລີກລ້ຽງ ການກັກເກັບ ນ້ຳມັນ ເຊື້ອໄຟ ແລະ ອາຍແກັສ. ປັດຈຸບັນ ສີລັງກາ ໃຊ້ຈ່າຍເງິນ ດ້ານນ້ຳມັນ ເຊື້ອໄຟ 500 ລ້ານໂດລາ ສະຫະລັດ ຕໍ່ເດືອນ ແລະ ຕ້ອງການເງິນ ເພື່ອນຳເຂົ້າ ອາຍແກັສ 40 ລ້ານໂດລາ ສະຫະລັດ ຕໍ່ເດືອນ.
ຂະນະນີ້ ລັດຖະບານ ສີລັງກາ ພະຍາຍາມ ຈັດຫາ ນ້ຳມັນ ເຊື້ອໄຟ ແລະ ອາຫານ ໃຫ້ພຽງພໍ ໂດຍຂັ້ນຕອນນີ້ ມີການເຈລະຈາ ກັບຫລາຍ ພາກສ່ວນ ເພື່ອຈັດຕັ້ງ ປະຕິບັດ ໃຫ້ປະກົດ ຜົນເປັນຈິງ ຕາມເປົ້າໝາຍ ທີ່ກຳນົດໄວ້ ໂດຍໄວ./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ