5 ອັນດັບປະເທດທີ່ທຸກຍາກທີ່ສຸດໃນໂລກ

5 ອັນດັບປະເທດທີ່ທຸກຍາກທີ່ສຸດໃນໂລກ

1. Repubilc of Congo ສາທາລະນະລັດຄອງໂກ.
ສາທາລະນະລັດຄອງໂກ ໃນອາຟິຣກາກາງ ເປັນປະເທດທີ່ຍາກຈົນທີ່ສຸດໃນໂລກ ສາເຫດເພາະອັດຕາເງິນເຟີ້ໃນລະດັບສູງໃນປີ 1994, ຄວາມວຸ່ນວາຍໃນສົງຄາມການເມືອງ, ການສູ້ຮົບຢ່າງຕໍ່ເນື່ອງ ແລະ ລາຄານໍ້າມັນທີ່ຕົກຕໍ່າໃນປີ 1998 ໄດ້ທຳລາຍເສດຖະກິດຂອງປະເທດລົງ. ລາຍໄດ້ຕໍ່ປີແມ່ນ 300 ຫລຽນສະຫະລັດ.

2. epublic of Liberia ສາທາລະນະລັດໄລບີເລຍ.
ສາທາລະນະລັດໄລບີເລຍ ຕັ້ງທີ່ທາງພາກຕາເວັນຕົກຂອງອາຟິຣກາ ເຊິ່ງເປັນ 1 ໃນ 5 ຂອງປະເທດທີ່ຍາກຈົນທີ່ສຸດໃນໂລກ ເພາະການສົ່ງອອກຂອງພືດຜົນທີ່ລົດລົງ, ນັກລົງທຶນຫນີອອກຈາກປະເທດ, ການສະແຫວງຫາຜົນປະໂຫຍດຢ່າງບໍ່ຍຸດຕິທຳຈາກຊັບພະຍາກອນເພັດໃນປະເທດ,

ມີໂຈນຂີ້ລັກແລະ ການຄ້າກຳໄລເກີນຄວນໃນລະຫວ່າງສົງຄາມກາງເມືອງ ໃນປີ 1990 ເຮັດໃຫ້ເສດຖະກິດຂອງປະເທດບໍ່ມີການຂະຫຍາຍຕົວ ເຮັດໃຫ້ມີການກູ້ເງິນຈາກຕ່າງປະເທດມີຫລາຍກວ່າຜົນຜະລິດລວມຍອດ. ລາຍໄດ້ຕໍ່ປີແມ່ນ 500 ຫລຽນສະຫະລັດ.

3. Republic of Zimbabwe ສາທາລະນະລັດຊິມບັບເວ.
ສາທາລະນະລັດຊິມບັບເວ ຕັ້ງຢູ່ລະຫວ່າງ ແມ່ນໍ້າ Limpopo ແລະ Zabezi ໃນອາຟິຣກາໃຕ້ ເສດຖະກິດທີ່ຢຸດລົງ ແລະ ເສຍຫາຍ ເນື່ອງມາຈາກອັດຕາເງິນເຟີ້ທີ່ເພີ່ມຂຶ້ນ ລວມເຖິງການຂາດແຄນເງິນຕາຕ່າງປະເທດອີກດ້ວຍ ຊິມບັບເວໄດ້ຮັບຜົນກະທົບຈາກເສດຖະກິດທີ່ອ່ອນແອ ຂອງສະຫະລັດປະຊາທິປະໄຕຄອງໂກອີກດ້ວຍ ຜົນຈາກການຫລຸດຕົວຂອງເສດຖະກິດນີ້ ເຮັດໃຫ້ອັດຕາການຕົກງານຂອງປະຊາກອນສູງເຖິງ 80%. ລາຍໄດ້ຕໍ່ປີແມ່ນ 500 ຫລຽນສະຫະລັດ.

4. The Solomon Islands ຫມູ່ເກາະໂຊໂລມອນ.
ຫມູ່ເກາະໂຊໂລມອນ ເປັນປະເທດໃນເມລະນີເຊຍ (ຢູ່ພາກເຫນືອຂອງອັອສເຕເລຍ) ເສດຖະກິດຂຶ້ນຢູ່ກັບການປະມົງ 75% ຂອງແຮງງານຈະກ່ຽວຂ້ອງກັບການປະມົງ ໄມ້ຄືອຸດສະຫະກຳຫລັກມາຈົນຮອດປີ 1998 ນໍ້າມັນປາມກັບຫມາກພ້າວຄືຜົນຜະລິດຫລັກໃນການສົ່ງອອກ ຫມູ່ເກາະໂຊໂລມອນ ມີແຮ່ທາດຫລາຍເຊັ່ນ ສັງກະສີ, ທອງ, ຄຳ ແລະ ກົ່ວ. ລາຍໄດ້ຕໍ່ປີແມ່ນ 600 ຫລຽນສະຫະລັດ

5. Republic of Somalia ສາທາລະນະລັດໂຊມາເລຍ.
ສາທາລະນະລັດໂຊມາເລຍ ການກະເສດແມ່ນຫົວໃຈສຳຄັນຂອງເສດຖະກິດຂອງໂຊມາເລຍທີ່ຢູ່ທາງພາກໃຕ້ຂອງອາຟິຣກາ ປະຊາກອນເຣ່ລ່ອນເປັນກຸ່ມຄົນສ່ວນໃຫຍ່ຂອງປະເທດການລ້ຽງສັດເປັນອາຊີບຫລັກຂອງພວກເຂົາ ອຸດສາຫະກຳທາງການກະເສດໃຫ້ຜົນຜະລິດພຽງ 10% ຂອງທັງຫມົດ ລາຍໄດ້ຕໍ່ປີແມ່ນ 600 ຫລຽນສະຫະລັດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page