ທາງເລືອກເຫຼືອໜ້ອຍ! ສະຫະລັດຕ້ອງເພິ່ງພາເວນາຊູເອລາ ຍອມໃຫ້ສົ່ງອອກນໍ້າມັນຊົດເຊີຍພະລັງງານຣັດເຊຍ.
Eni SpA ບໍລິສັດນໍ້າມັນສັນຊາດອີຕາລີ ແລະ Repsol ຂອງສະເປນ ອາດເລີ່ມຂົນສົ່ງນໍ້າມັນເວເນຊູເອລາໄປຢູໂຣບໃຫ້ວ່ອງໄວທີ່ສຸດ ເພື່ອຊົດເຊີຍນໍ້າມັນດິບຂອງຣັດເຊຍ ໂດຍອ້າງວ່າແຫຼ່ງຂ່າວໃກ້ຊິດກັບປະເດັນນີ້ ຄືນຂໍ້ຕົກລົງນໍ້າມັນແລກໜີ້ທີ່ຖຶກລະງັບໄປ ໃນຕອນທີ່ສະຫະລັດກໍານົດມາດຕະການຂວ້ຳບາດຫຼິ້ນງານເວເນຊູເອລາ.
ຈາກແຫຼ່ງຂ່າວຄາດໝາຍວ່າປະລິມານນໍ້າມັນ Eni SpA ແລະ Repsol ໄດ້ຮັບຈໍານວນໜ້ອຍ ແລະ ຈະສົ່ງຜົນກະທົບຕໍ່ລາຄານໍ້າມັນໂລກເລັກໜ້ອຍ ແຕ່ການເຄື່ອນໄຫວຂອງວໍຊິງຕັນໃນການໃຫ້ໄຟຂຽວເວເນຊຸເອລາກັບມາປ້ອນນໍ້າມັນສູ່ຢູໂຣບຫຼັງຖຶກລະງັບມາດົນ ອາດເປັນການມອບແຮງໜຸນໃນເຊິງສັນຍາລັກແກ່ປະທານາທິບໍດີນິໂຄລັດມາດູໂຣ ຂອງເວເນຊຸເອລາ.
ກະຊວງການຕ່າງປະເທດສະຫະລັດ ອານຸຍາດໃຫ້ທັງ 2 ບໍລະສັດກັບມາຂົນສົ່ງນໍ້າມັນ ໃນຈົດໝາຍສະບັບໜື່ງໄດ້ລະບຸວ່າ ລັດຖະບານຂອງປະທານາທິບໍດີໂຈ ໄບເດັນ ຂອງອາເມຣິກາຫວັງວ່ານໍ້າມັນດິບຂອງເວເນຊຸເອລາຈະສາມາດຊ່ວຍຢູໂຣບ ຢຸດເພີ່ງພາຣັດເຊຍ ແລະ ບ່ຽງນໍ້າມັນເວເນຊຸເອລາບາງສ່ວນມາຈາກຈີນ
ນອກຈາກນີ້ ອີກເປົ້າໝາຍໜື່ງຄືຊັກຊວນ ມາດູໂຣ ຫວນຄືນສູ່ໂຕະເຈລະຈາທາງການເມືອງກັບຝ່າຍຄ້ານເວເນຊຸເອລາ.