ສະຫະລັດເຈົ້າເລ່!ປະກາດແບນນ້ຳມັນລັດເຊຍແຕ່ຍັງເດີນໜ້າຊື້ປະລິມານຫຼາຍ
ສະຫະລັດເຜີຍໃຫ້ເຫັນເຖິງຄວາມເລ່ຫຼ່ຽມ ດ້ວຍການປະກາດແບນນໍ້າມັນຣັດເຊຍ ແຕ່ຄວາມຈິງຄືຍັງຄົງເດີນໜ້າຊື້ເຊື້ອໄຟ ມອສໂກໃນປະລິມານຫຼາຍ ຈາກການເປີດເຜີຍຂອງ ຍາເຊລາບໂວໂລດິນ ປະທານສະພາຜູ້ແທນຕາງໜ້າປະຊາຊົນຣັດເຊຍ.
ວໍຊິຕັນອ້າງວ່າໄດ້ເຄື່ອນໄຫວຫ້າມນໍາເຂົ້ານໍ້າມັນດິບຮັດເຊຍທັງໝົດ ຜະລິດຕະພັນປິໂຕລຽມບາງສ່ວນ ກ໊າສທໍາມະຊາດເຫຼວແລະຖ່ານຫິນ ສ່ວນໜື່ງໃນມາດຕະການຂວ້ຳບາດຫຼິ້ນງານມອສໂກ ຕອບໂຕ້ກໍລະນີຮຸກຮານຢູເຄຼນ.
“ ນໍ້າມັນຣັດເຊຍຈະບໍ່ເປັນທີ່ຕ້ອນຮັບຕາມທ່າເຮືອຕ່າງໆຂອງສະຫະລັດອີກຕໍ່ໄປ” ໂຈ ໄບເດັນ ປະທານາທິບໍດີອາເມຣິກາ ປະກາດ ເວລານັ້ນ ແຕ່ຄໍາເວົ້າບໍ່ໄດ້ມາພ້ອມກັບການກະທໍາ ໂວໂລດິນ ເໜັບແນມຜ່ານຂໍ້າຄວາມທີ່ໂພສ.
ປະທານລັດຖະສະພາຣັດເຊຍຂຽນຕໍ່ວ່າ “ ຂໍ້ມູນຈາກກະຊວງພະລັງງານສະຫະລັດ ບົ່ງຊີ້ວ່າມີການສົ່ງມອບນໍ້າມັນຈາກຣັດເຊຍເພີ່ມຂື້ນເກືອບເທົ່າຕົວ.
“ ເຖິງປະກາດແບນ ແຕ່ປະເທດຂອງເຮົາຍັບຂື້ນຈາກທີື 9ສູ່ລໍາດັບ 6 ໃນອັນດັບປະເທດທີ່ສົ່ງອອກນໍ້າມັນໃຫ້ແກ່ສະຫະລັດຫຼາຍທີ່ສຸດ”
ໂວໂລດິນ ເນັ້ນຢໍ້າຄວາມຈິງທີ່ວ່າໃນເດືອນດັ່ງກ່າວເປັນຊ່ວງເວລາທີ່ວໍຊິງຕັນກໍາລັງກົດດັນໃຫ້ອີຢູຖິ້ມນໍ້າມັນຣັດເຊຍ ແລະ ສຸດທ້າຍກໍປະສົບຄວາມສໍາເລັດ “ ຊັດເຈນວ່າມັນເປັນສັນຍານຂອງ 2 ມາດຕະຖານ”