UN ເຕືອນສົງຄາມຢູເຄຼນໂຫດຮ້າຍຂຶ້ນເລື້ອຍໆກະທົບຄົນທົ່ວໂລກ 1,600ລ້ານຄົນ
ອັນໂຕນິໂອ ກູເຕິເຣດ ເລຂາທິການໃຫຍ່ຂອງປະຊາຊາດເຕືອນວ່າ ຜົນລັບຈາກການຮຸກຮານຢູເຄຼນຂອງຣັດເຊຍ ກໍາລັງໂຫດຮ້າຍລົງເລື້ອຍໆ ແລະ ມີຄວາມເປັນໄປໄດ້ທີ່ຈະມີຜູ້ຄົນເຖິງ 1.600ລ້ານຄົນທີ່ໄດ້ຮັບຜົນກະທົບຈາກສົງຄາມຄັ້ງນີ້.
“ ຜົນກະທົບຂອງສົງຄາມຕໍ່ຄວາມໝັ່ນຄົງທາງອາຫານ ພະລັງງານ ແລະ ການເງີນ ເກີດຂື້ນຢ່າງເປັນລະບົບ ຮຸນແຮງ ແລະ ກໍາລັງວ່ອງໄວຂື້ນເລື້ອຍໆ” ເລຂາທິການໃຫຍ່ໄດ້ກ່າວ “ ສໍາລັບປະຊາຊົນທົ່ວໂລດ ສົງຄາມກໍາລັງສ່ຽງກໍ່ໃຫ້ເກີດຄວາມອືດຫິວ ແລະ ຍາກຈົນຢ່າງທີ່ບໍ່ເຄີຍປະກົດມາກ່ອນ ເຊິ່ງຕາມມາດ້ວຍຄວາມຫຍຸ້ງຍາກທາງສັງຄົມ ແລະ ເສດຖະກິດ”
ກູເຕິເຣດ ບອກວ່າໃນຂະນະທີ່ວິກິດການອາຫານໃນຄັ້ງນີ້ ເປັນຜົນສືບເນື່ອງມາຈາກບໍ່ສາມາດເຂົ້າເຖິງອາຫານ ແຕ່ໃນປີນີ້ອາດເປັນເລື່ອງກ່ຽວກັບການຂາດແຄນ “ມີຫົນທາງດຽວທີ່ຈະຢຸດພາຍຸທີ່ກໍາລັງກໍ່ຕົວລູກນີ້ໄດ້ຄືການຮຸກຮານຢູເຄຼນຂອງຣັດເຊຍຕ້ອງຢຸດລົງ”
ຈາກການລາຍງານ “ 1.600ລ້ານຄົນ ມີຢູ່ 1.200ລ້ານຄົນ ຫຼື3ໃນ4 ທີ່ຢູ່ໃນເຫຼົ່າປະເທດທີ່ກໍາລັງປະເຊີນກັບພາວະເຄາະຊ້າກໍາຊັດ ເຊິ່ງອ່ອນແອຢ່າງຮຸນແຮງຕໍ່ມິຕິທັງ 3 ຂອງວິກິດ ທັງດ້ານການເງີນ,ອາຫານ ແລະ ພະລັງງານພ້ອມໆກັນ.”